ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນໃນບັນຫາ ສປປ.ເກົາຫຼີ

(VOVWORLD) -ນີ້ແມ່ນຂໍ້ຕົກລົງເຊິ່ງບັນບລຸໄດ້ໃນການພົບປະລະຫວ່າງບັນດາທູດພິເສດຂອງ 3 ປະເທດກ່ຽວກັບບັນຫາ ສປປ.ເກົາຫຼີ, ເຊິ່ງຈັດຂຶ້ນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ໃນວັນທີ 13 ທັນວາ.

        ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນສະພາບການທີ່ ຫວ່າງມໍ່ໆມານີ້ ສປປ.ເກົາຫຼີ ໄດ້ດຳເນີນເຫດຍິງທົດລອງລູກສອນໄຟຫຼາຍຄັ້ງ, ໃນນັ້ນມີລູກສອນໄຟນຳວິຖີຂ້າມທະວີບ (ICBM). ນີ້ແມ່ນຂໍ້ຕົກລົງເຊິ່ງບັນບລຸໄດ້ໃນການພົບປະລະຫວ່າງບັນດາທູດພິເສດຂອງ 3 ປະເທດກ່ຽວກັບບັນຫາ ສປປ.ເກົາຫຼີ, ເຊິ່ງຈັດຂຶ້ນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ໃນວັນທີ 13 ທັນວາ.

        ພາຍຫຼັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ 3 ປະເທດໄດ້ເຫັນດີເພີ່ມທະວີຄວາມມານະພະຍາຍາມເພື່ອສະກັດກັ້ນບັນດາໂຄງການພັດທະນາລູກສອນໄຟ ແລະ ນິວເຄຼຍຂອງສປປ.ເກົາຫຼີ. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ 3 ປະເທດໄດ້ເຫັນດີສືບຕໍ່ມານະພະຍາຍາມເພື່ອບັນລຸເປົ້າໝາຍປອດນິວເຄຼຍຢູ່ ສປປ.ເກົາຫຼີ, ພ້ອມທັງເພີ່ມທະວີການຮ່ວມມືກັບບັນດາປະເທດອື່ນ, ລວມທັງບັນດາປະເທດສະມາຊິກ ອາຊຽນ ເພື່ອປະຕິບັດເປົ້າໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ