ອາເມລິກາ ທົດລອງລະບົບຍິງສະກັດກັ້ນລູກສອນໄຟນຳວິຖີໄລຍະກາງຢູ່ນອກຝັ່ງທະເລ Hawaii

(VOVWORLD) - ວັນທີ 30 ສິງຫາ, ອົງການປ້ອງກັນລູກສອນໄຟ ອາເມລິກາ (MDA) ໃຫ້ຮູ້ວ່າ: ກ່ຳປັ່ນສູ້ຮົບລຳໜຶ່ງຂອງປະເທດນີ້ ໄດ້ຍິງສະກັດກັ້ນລູກສອນໄຟນຳວິຖີໄລຍະກາງປະສົບຜົນສຳເລັດ ໃນເຫດທົດລອງ ເຊິ່ງດຳເນີນຢູ່ນອກທະເລໝູ່ເກາະ Hawaii. 

ນີ້ເປັນຄັ້ງທີ 2 ທີ່ຍິງລູກສອນໄຟ SM-6 ສະກັດກັ້ນລູກສອນໄຟນຳວິຖີໄລຍະກາງປະສົບຜົນສຳເລັດ. ຜູ້ອຳນວຍການ MDA, ພົນຕີ Sam Greaves ຢືນຢັນວ່າ ເຫດຍິງທົດລອງຄັ້ງນີ້ ແມ່ນ “ບາດລ້ຽວສຳຄັນ” ແນໃສ່ຍົກສູງຄວາມສາມາດຍິງສະກັດກັ້ນລູກສອນໄຟໄລຍະສຸດທ້າຍ, ພ້ອມທັງໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ພັດທະນາບັນດາເຕັກໂນໂລຊີປ້ອງກັນລູກສອນໄຟນຳວິຖີ ເພື່ອຮັບມືຕໍ່ບັນດາໄພນາບຂູ່ ພວມນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ