ອາເມລິກາ ບໍ່ປ່ຽນແປງແຜນການຖອນທະຫານອອກຈາກ ອາບກະນິດສະຖານ

ອາເມລິກາ ບໍ່ປ່ຽນແປງແຜນການຖອນທະຫານອອກຈາກ ອາບກະນິດສະຖານ - ảnh 1
ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ທະວີການ​ປະຕິບັດ​ແຜນການ​​ຖອນ​ກຳລັງ​ການ​ທະ​ຫານ ອອກ​ຈາກ ອາບ​ກາ​ນິດ​ສະຖານ ຄາດ​ວ່າ​ຈະ​ສິ້ນ​ສຸດ​ໃນ​ເດືອນ 12 ຈະ​ມາ​ເຖິງ

(vovworld) - ​ໃນ​ການ​ຢ້ຽມຢາມ​ ອາບ​ກາ​ນິດ​ສະຖານ ​ຢ່າງ​ກະທັນຫັນໃນ​ວັນ​ທີ 7/6, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ​ທ່ານນາຍ​ພົນ John Allen, ຫົວໜ້າຜູ້​ບັນຊາການກອງທັບ ​ອາ​ເມ​ລິ​ກາ ປະຈຳ ອາບ​ກາ​ນິດ​ສະຖານ ກ່ຽວ​ກັບ​ສະພາບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ຢູ່​ທີ່​ນີ້ ​ແລະ ​ແຜນ​ການ​ຖອນ​ທະຫານ​ຂອງ ອາ​ເມ​ລິ​ກາ. ທ່ານ Leon Panetta ​ໃຫ້​ຮູ້​ວ່າ: ທ່ານ​ນາຍ​ພົນ Allen ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ: ອາ​ເມ​ລິ​ກາ​ ຍັງ​ຄົງ​ຮັກສາ​​ແຜນການ​ຖອນ​ທະຫານ ພ້ອມ​ທັງ​ ສາມາດ​ແກ້​ໄຂ​ບັນດາ​ເຫ​ດການ​ໃຊ້ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ ຢູ່ ອາບ​ກາ​ນິດ​ສະຖານ. ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ທະວີການ​ປະຕິບັດ​ແຜນການ​​ຖອນ​ກຳລັງ​ການ​ທະ​ຫານ ອອກ​ຈາກ ອາບ​ກາ​ນິດ​ສະຖານ ຄາດ​ວ່າ​ຈະ​ສິ້ນ​ສຸດ​ໃນ​ເດືອນ 12 ຈະ​ມາ​ເຖິງ, ຫຼັງ​ຈາກນັ້ນ, ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຈະ​ຕີ​ລາຄາ​ວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຂອງ ອາບ​ກາ​ນິດ​ສະຖານ ຈະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດ​ທິຜົນ​ ​ເພື່ອ​ສາມາດ​ຮັກສາ​ຄວາມ​ສະຫງົບຢູ່​ນີ້​​ໄດ້ຫຼື​ບໍ່ ​ແລະ ຕັດສິນ​ຖອນ​ທະຫານ​ ອາ​ເມ​ລິ​ກາ ອອກ​ຈາກ​ປະ​ເທດ ອາຊີ​ໃຕ້​ນີ້ ຕື່ມອີກ. ​ແລະ​ກໍ​ໃນ​ການ​ຢ້ຽມຢາມ ​ອາບ​ກາ​ນິດ​ສະຖານ ຢ່າງ​ກະທັນຫັນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Leon Panetta ​ເວົ້າ​ວ່າ:  ອາ​ເມ​ລິ​ກາ ​ໝົດ​ຄວາມ​ອົດທົນ​ ຕໍ່ ປາ​ກິດ​ສະຖານ ​ເພາະ​ປະ​ເທດ​ພັນ​ທະ​ມິດ​ນີ້ ຍັງ​ຄົງ​ຍຸຍົງ​ສົ່ງ​ເສີມ​ໃຫ້ ພວກ​ລຸກ​ຮື​ຂຶ້ນ ​ເຄື່ອນ​ໄຫວຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ອາບ​ການ​ນິດສະຖານ.

ຂ່າວ/ບົດ​ອື່ນ