ອາເມລິກາ ມີຄວາມວິຕົກກັງ ວົນຕໍ່ຄຳກ່າວເຕືອນຂອງ ສປປ ເກົາຫຼີ

ອາເມລິກາ ມີຄວາມວິຕົກກັງ ວົນຕໍ່ຄຳກ່າວເຕືອນຂອງ ສປປ ເກົາຫຼີ - ảnh 1
ທ່ານ George Little, ​ໂຄສົກ​ທຳນຽບ 5 ​ແຈ
(ພາບຈາກ ອີນເຕີເນັດ)

(vovworld) - ວັນ​ທີ 26/3, ວົງ​ການ​ເຈົ້າ​ໜ້າ​ທີ່ ​ອາ​ເມ​ລິ​ກາ ຢືນຢັນ​ວ່າ​ບັນດາ​ຖະ​ແຫຼ​ງການ​ຫຼ້າ​ສຸດ​ຂອງ ສປປ ​ເກົາຫຼີ ກ່ຽວ​ກັບ​ເລື່ອງ​ປຸກລະດົມ​ການ​ບຸກ​ໂຈມ​ຕີ​​ແນໃສ່​ບັນດາ​ຖານ​ທີ່​ໝັ້ນ​ການ​ທະຫານ​ຂອງ ອາ​ເມ​ລິ​ກາ ​ໃນ​ພາກ​ພື້ນ ມະຫາ​ສະໝຸດ ປາຊີ​ຟິກ, ​ເຊິ່ງລວມມີ​​ເຂດ​ດິນ​ແດນ ອາ​ເມ​ລິ​ກາ, Hawai ​ແລະ ​Guam ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ. ຄຳ​ຢືນຢັນ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ 1 ວັນ​ທີ່ສຳນັກ​ຂ່າວສານສູນ​ກາງ KCNA ຄັດ​ສະ​ເໜີ​ຖະ​ແຫຼງ​ການຂອງ​ກອງ​ບັນຊາ​ການ​ສູງ​ສຸດ​ກອງ​ທັບ​ປະຊາຊົນ ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ ບັນດາກົມ​ກອງ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ ​ແລະ ປືນ​ໃຫຍ່​ໄລຍະ​ໄກ​ຂອງ​ປະ​ເທດ​ນີ້​ໄດ້​ຮັບ​ຄຳ​ສັ່ງ​ກຽ​ມພ້ອມ​ເຂົ້າຮ່ວມ​ການ​ບຸກ​ໂຈມ​ຕີ​ຢູ່​ໃນລະດັບສູງ ​​ແນ​ໃສ່​ບັນດາ​​ເປົ້າໝາຍ​ຂອງ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ George Little, ​ໂຄສົກ​ທຳນຽບ 5 ​ແຈໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ຝ່າຍ​ພຽງ​ຢາງ, ​ແລະ ຖື​ວ່າ​ນີ້​ແມ່ນ​ຄຳ​ຖະ​ແຫຼ​ງທີ່​ເປັນ​ອັນຕະລາຍທີ່​ສຸດ, ພ້ອມ​ທັງ​ຖະ​ແຫຼ​ງວ່າ ອາ​ເມ​ລິ​ກາ ກຽມພ້ອມ​ຮັບ​ມື​ກັບ​ທຸກໆ​ກໍລະນີ.

        ​ໂຄສົກ​ຂອງ​ທຳນຽບຂາວ Jay Carney ກໍ່​ໄດ້​ອອກຖະ​ແຫຼ​ງການ​ຄ້າຍຄື​ກັນ ​ແລະ ​ໃຫ້​ຮູ້​ວ່າ ການ​ກະທຳ​ຂອງ ສປປ ​ເກົາຫຼີ ຈະ​ເຮັດ​ໃຫ້​ສະພາບ​ການ​ໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ​ແລະ ສົ່ງ​ຜົນ​ສະທ້ອນທີ່​ຫຍໍ້​ທໍ້​ເຖິງ​ປະ​ເທດ​ອື່ນ.

ຂ່າວ/ບົດ​ອື່ນ