ອາເມລິກາ ຢືນຢັນວ່າບັນດາການເຈລະຈາກັບສປປ.ເກົາຫຼີ ຍັງພວມເນີນໄປ

(VOVWORLD) -ບັນດາການເຈລະຈາລະຫວ່າງ 2 ຝ່າຍຍັງພວມດຳເນີນໄປ

ອາເມລິກາ ຢືນຢັນວ່າບັນດາການເຈລະຈາກັບສປປ.ເກົາຫຼີ ຍັງພວມເນີນໄປ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: AFP/TTXVN)

ວັນທີ 15 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຢືນຢັນວ່າ, ຄວາມຄືບໜ້າໃນບັນດາການເຈລະຈາລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ກ່ຽວກັບບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ເຖິງວ່າຍັງບໍ່ທັນຫັນເປັນລະອຽດເທື່ອກໍ່ຕາມ, ແຕ່ບັນດາການເຈລະຈາລະຫວ່າງ 2 ຝ່າຍຍັງພວມດຳເນີນໄປ.

          ຂໍ້ສັງເກດຂອງທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໄດ້ຍົກອອກມາໃນສະພາບການທີ່ບັນດາການເຈລະຈາປອດນິວເຄຼຍໃນແຫຼມເກົາຫຼີ ລະຫວ່າງ 2 ປະເທດຖືກຢຸດສະງັກພາຍຫຼັງການພົບປະມາ 3 ຄັ້ງແລ້ວລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ເມື່ອປີ 2018 ແລະ 2019. ການພົບປະຄັ້ງຫຼ້າສຸດລະຫວ່າງການນຳ 2 ທ່ານແມ່ນການພົບປະກັນດ່ວນໃນເດືອນ ມິຖຸນາ 2019 ຢູ່ເຂດປອດການທະຫານ (DMZ) ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ