ອາເມລິກາ ຮັບຮູ້ກຸ້ງຂອງ ຫວຽດນາມ ບໍ່ຂາຍບຸບລາຄາ

ອາເມລິກາ ຮັບຮູ້ກຸ້ງຂອງ ຫວຽດນາມ ບໍ່ຂາຍບຸບລາຄາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11 ກັນຍາ, ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ (Vasep) ​ໃຫ້​ຮູ້​​ວ່າ ເປັນ​ຄັ້ງ​ທຳ​ອິດ​ທີ່ ອາ​ເມ​ລິ​ກາ ​ຮັບຮູ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກກຸ້ງ​ຂອງຫວຽດນາມ ບໍ່​ຂາຍ​ບຸບ​ລາຄາ ​ແລະ ຈັດອັດຕາ​ພາສີ​ແມ່ນ 0%. ຕາມ Vasep ​ແລ້ວ, ກອນ​ໜ້າ​ນັ້ນ, ວັນ​ທີ 10 ກັນຍາ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ມີ​ຂໍ້​ຕົກລົງສຸດ​ທ້າຍ​ກ່ຽວ​ກັບ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ກຸ້ງ​ແຊ່​ເຢີ​ນຫວຽດນາມ ທີ່​ນຳ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ ​ແຕ່​ວັນ​ທີ 01 ກຸມພາ 2011 ຫາ 31 ມັງ​ກອນ 2012. ​ເຊິ່ງຕາມ​ນັ້ນ​ແລ້ວ, DOC ຮັບ​ຮູ້​ວ່າ 33 ວິ​ສາ​ຫະກິດ​ສົ່ງ​ອອກ​ກຸ້ງ​ຂອງຫວຽດນາມ ​ທີ່ເຂົ້າ​ຮ່ວມ​ການ​ພິຈາລະນາ​ບໍລິຫານ​ຄັ້ງ​ທີ 7 ນີ້ (POR7), ລ້ວນ​ແຕ່​ບໍ່​ຂາຍ​ບຸບ​ລາຄາ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ. ສະ​ນັ້ນ, 33 ວິ​ສາ​ຫະກິດ​ລ້ວນ​ແຕ່​​ໄດ້​ຊົມ​ໃຊ້​ອັດຕາ​ພາສີ 0%. Vasep ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ຈັດ​ວາງ​ອັດຕາພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ຄັ້ງ​ທຳ​ອິດ​ສຳລັບ​ກຸ້ງ​ຫວຽດນາມ ​ແຕ່​ປີ 2004, ດ້ວຍ​ອັດຕາ​ພາສີ 4,57% ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ພິຈາລະນາ​ບໍລິຫານ​ຄັ້ງ​ທີ 1. ​ແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ, ຜ່ານ​ການ​ກວດກາ 7 ຄັ້ງ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ ​ໃນການ​ຮ້ອງ​ຟ້ອງ​ຂອງ​ບັນດາ​ວິ​ສາ​ຫະກິດ, ສຸດ​ທ້າຍ DOC ຕ້ອງ​ຮັບ​ຮູ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ກຸ້ງ ຂອງ​ຫວຽດນາມ ບໍ່​ຂາຍ​ບຸບ​ລາຄາ. ສະ​ນັ້ນ, ນີ້​ເປັນ​ຄັ້ງທຳ​ອິດທີ່ DOC ຕົກລົງ​ອັດຕາພາສີ 0% ​ໃຫ້​ທຸກໆ​ວິ​ສາ​ຫະກິດ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ການ​ພິຈາລະນາ​ບໍລິຫານ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ.

ຂ່າວ/ບົດ​ອື່ນ