ອາເມລິກາ ຮຽກຮ້ອງ ເຊື່ອມຕໍ່ວິວັດທະນາການ ສັນຕິພາບຢູ່ຕາເວັນ ອອກກາງ

ອາເມລິກາ ຮຽກຮ້ອງ ເຊື່ອມຕໍ່ວິວັດທະນາການ ສັນຕິພາບຢູ່ຕາເວັນ ອອກກາງ - ảnh 1
ຖານທີ່ໝັ້ນ Parchin - ບ່ອນທີ່ IAEA ສົງໃສວ່າພວກຜະລິດອາວຸດນິວເຄຼຍ
(ພາບ:
AFP)

(vovworld) – ​ເມື່ອ​ສິ້ນ​ສຸດ​ການ​ຢ້ຽມຢາມ ອິດສະຣາ​ແອນ ​ເມື່ອ​ຕອນ​ຄຳ່​ວັນ​ທີ 16/7, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມລິ​ກາ Hillary Clinton ​ໄດ້​ກ່າວ​ເຕື່ອນວ່າ: ອາ​ເມ​ລິ​ກາ ຈະ​ນຳ​ໃຊ້ “ທຸກໆ​ກຳລັງ​ແຮງ” ​ເພື່ອ​ສະກັດ​ກັ້ນ ອີຣານ ພັດທະນາ​ອາວຸດ​ນິວ​ເຄຼຍ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້ ອິດສະຣາ​ແອນ ​ແລະ ປາ​​ແລ​ດສະຕີນ ​ເລີ່​ມ​ເຄື່ອນ​ໄຫວ​ວິວັດ​ການ​ເຈລະຈາ​ສັນຕິພາບ​ທີ່​ພວມ​ຖືກ​ໂຈະ​ໄວ້​ຄືນ​ໃໝ່. ທ່ານ​ນາງ Clinton ​ໄດ້​​ກ່າວ​ຄຳ​ເຫັນ​ດັ່ງກ່າວຕໍ່​ວົງ​ການ​ນັກ​ຂ່າວ ຢູ່ Jerusalem ພາຍຫຼັງ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ ອິດສະ​ຣາ​ແອນ Benjamin Netanyahu. ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ Shimon Peres, ຄູ່​ຕຳ​ແໜ່​ງ Avigdor Lieberman ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Ehud Barak. ທ່ານ​ນາງ Clinton ​ໄດ້​ຖະ​ແຫຼ​ງວ່າ: ວໍ​ຊິງ​ຕັນ “ຈະ​ນຳ​ໃຊ້​ທຸກໆ​ກຳລັງ​ແຮງ​ຂອງ​ຕົນ ​ເພື່ອ​ສະກັດ​ກັ້ນ​ເລື່ອງ ອີຣານ ນຳ​ໃຊ້​ອາວຸດ​ນິວ​ເຄຼຍ”. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ​ເນັ້ນ​ໜັກ​ວ່າ “ບັນດາ​ການ​ນຳ​ອີຣານ ຍັງ​ມີ​ກາລະ​ໂອກາດ​ເພື່ອ​ຍົກ​ອອກ​ມາ​ຄຳ​ຕັດສິນ​ທີ່​ຖືກຕ້ອງ”.

 

ຂ່າວ/ບົດ​ອື່ນ