ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ “ປະ​ຫວັດ​ສາດ” ທີ່​ມີ​ມູນ​ຄ່າ 142 ຕື້ USD

(VOVWORLD) - ອາຣັບບີ ຊະອຸດິ, ເປັນປະເທດທຳອິດໃນການຢ້ຽມຢາມ 03 ປະເທດເຂດອ່າວ ເປີເຊີຍ ລວມມີ: ອາຣັບບີ ຊະອຸດິ, ກາຕາ ແລະ ສະຫະລັດ ອາຣັບ ເອມມີເລດ (UAE) ພາຍໃນ 04 ມື້ (ແຕ່ວັນທີ 13 – 16 ພຶດສະພາ).
ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ “ປະ​ຫວັດ​ສາດ” ທີ່​ມີ​ມູນ​ຄ່າ 142 ຕື້ USD - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ເຈົ້າຊາຍ Mohammed Bin Salman ໃນການພົບປະ  (ພາບ: TTXVN)

ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເດີນທາງໄປຮອດ Riyadh, ອາຣັບບີ ຊະອຸດິ, ເຊິ່ງເປັນປະເທດທຳອິດໃນການຢ້ຽມຢາມ 03 ປະເທດເຂດອ່າວ ເປີເຊີຍ ລວມມີ: ອາຣັບບີ ຊະອຸດິ, ກາຕາ ແລະ ສະຫະລັດ ອາຣັບ ເອມມີເລດ (UAE) ພາຍໃນ 04 ມື້ (ແຕ່ວັນທີ 13 – 16 ພຶດສະພາ). ຕິດຕາມທ່ານປະທານາທິບໍດີ ອາເມລິກາ ໃນການຢ້ຽມຢາມຄັ້ງນີ້ ມີການນຳຫຼາຍວິສາຫະກິດແຖວໜ້າຂອງ ອາເມລິກາ, ໃນນັ້ນ ມີເສດຖີເງິນຕື້ ເຕັກໂນໂລຢີ ທ່ານ Elon Musk.

        ພາຍຫຼັງໄປຮອດ Riyadh, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ເຈົ້າຊາຍ Mohammed Bin Salman ໄດ້ລົງນາມໃນສັນຍາການພົວພັນຄູ່ຮ່ວມມືດ້ານເສດຖະກິດຍຸດທະສາດລະຫວ່າງ ອາເມລິກາ ອາຣັບບີ ຊະອຸດິ. ສັນຍາສະບັບດັ່ງກ່າວ ລວມມີບັນດາບົດບັນທຶກຊ່ວຍຈຳ (MoU) ແລະ ຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດພະລັງງານ, ບໍ່ແຮ່ ແລະ ການປ້ອງກັນຊາດ, ໃນນັ້ນ ມີຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດປ້ອງກັນຊາດທີ່ມີມູນຄ່າກວ່າ 142 ຕື້ USD ໂດຍສຸມໃສ່ການຫັນກຳລັງຄວາມສາມາດຂອງບັນດາກຳລັງປະກອບອາວຸດ ອາຣັບບີ ຊະອຸດິ ເປັນທັນສະໄໝ.

ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ