ອາເມລິກາ ໄດ້ຕີລາຄາສູງ ໂຄງການອຸປະຖຳຢູ່ ກອນຕູມ

ອາເມລິກາ ໄດ້ຕີລາຄາສູງ ໂຄງການອຸປະຖຳຢູ່ ກອນຕູມ - ảnh 1
( ພາບປະກອບ )

( vovworld ) -  ຕອນ​ເຊົ້າ​ວັນ​ທີ 29/2, ຄະນະ​ຜູ້​ແທນ​ສະຖານ​ທູດອາ​ເມ​ລິ​ກາ ​ໂດຍ​ທ່ານ​ນາງ Clair Pierangelo, ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກກັບ​ການ​ນຳ​ແຂວງ ກອນ​ຕູມ. ທ່ານ​ນາງ Clair Pierangelo ​ໄດ້​ຕີ​ລາຄາ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ໂດຍ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ ( USAID ) ​ອຸປະຖຳ​ຜ່ານ​ສອງ​ອົງການ Helen Keller International ​ແລະ ອົງການ ​ໂດ​ງ​ໃຕ​ໂຮ້ຍ​ຫງົ້ ປະຕິບັດ​ຢູ່​ແຂວງ ກອນ​ຕູມ ດ້ອຍ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ກິນນອນຊົນ​ເຜົ່າ​ເມືອງ ກອນ​ໄຮ ​ແລະ ​ໂຄງການ​ບຸລະນະ​ສ້ອມແປງ, ກໍ່ສ້າງ​ໂຮງຮຽນອະນຸບານ 25​ ແຫ່ງ. ທ່ານ​ນາງ Clair Pierangelo ປາດ​ຖະໜາ​ວ່າ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ສືບ​ຕໍ່​ສະໜັບ​ສະ​ໜູນ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງໂຮງຮຽນ ປະຖົມຢູ່​ນະຄອນ ກອນ​ຕູມ​ ໃນ​ປີ 2012 ນີ້ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສະໜອງ​ຂໍ້​ມູນ​ຂ່າວ​ເພື່ອ​ຊ່ວຍ​ໃຫ້​ນັກຮຽນ​ໃນ​ບໍລິ​ເວນ​ແຂວງ​ເຂົ້າ​ເຖິງ​ໂຄງການ​​ຮໍ່າຮຽນ​ຢູ່​​ອາ​ເມ​ລິ​ກາ.

        ທ່ານ​ນາງ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ເລ​ທິກິມ​ເດີນ ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮັບ​ເອົາ​ບັນດາ​ໂຄງການ​ປົວ​ແປ່​ງຊີວິດ​ການ​ເປັນຢູ່ໃຫ້​ແກ່​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກ​ຫຼິກ, ​ເຂດ​ປະຊາຊົນ​ບັນດາ​​ເຜົ່າ​ສ່ວນ​ນ້ອຍ ​ແລະ ​ໃນ​ຂົງ​ເຂດ​ສຶກສາ, ສາທາລະນະ​ສຸກ.
ຂ່າວ/ບົດ​ອື່ນ