ອາເມລິກາ,ຈີນເຫັນດີເພີ່ມທະວີການສົມທົບເພື່ອບັນລຸຈຸດໝາຍປອດນິວເຄຼຍໃນແຫລມເກົາຫລີ

ອາເມລິກາ,ຈີນເຫັນດີເພີ່ມທະວີການສົມທົບເພື່ອບັນລຸຈຸດໝາຍປອດນິວເຄຼຍໃນແຫລມເກົາຫລີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ
 ຫລີ​ເຄີ​ຊຽງ
ພາບ:TTXVN

(vovworld)-​​ ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ເຄີ​ຊຽງ ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ, ໃນ​ນັ້ນ ມີ​ບັນ​ຫາ​ນິວ​ເຄຼຍ ໃນ​ແຫລມ​ເກົາ​ຫລີ. ຖະ​ແຫລງ​ການ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ພາຍ​ຫລັງ​ການ​ພົບ​ປະ​ສອງ​ຝ່າຍ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ​ຢູ່ນອກວາ​ລະ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢູ່ ນິວຢອກ ສະ​ຫະ​ລັດ ອາ​ເມ​ລິ​ກາ. ຖະ​ແຫລງ​ການ​ອອກ​ໃນ​ວັນ​ທີ 19/9 ຂອງ​ທຳ​ນຽບ​ຂາວ ຊີ້​ແຈ້ງວ່າ: “ການ​ນຳ​ສອງ​ທ່ານ​ໄດ້​ກ່າວ​ປະ​ນາມ​ເຫດ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5 ຊື່ງ​ດຳ​ເນີນ​ໃນ​ວັນ​ທີ 9/9 ຂອງ ສ​ປ​ປ ເກົາ​ຫລີ ແລະ ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ສົມ​ທົບກັນເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ປ​ອດ​ນິວ​ເຄຼຍ ໃນ​ແຫລ​ມ​ເກົາ​ຫລີ, ຊື່ງ​ລວມ​ມີ ການ​ຊຸກ​ຍູ້​ການ​ຮ່ວ​ມມື​ໃນ​ຂອບ​ເຂດ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ບັນ​ດາ​ຊ່ອງ​ປະ​ຕິ​ບັດ​ກົດ​ໝາຍ​ອື່ນ. ຕາມ​ວົງ​ການ​ນັກ​ການ​ເມືອງ​ທຳ​ນຽບ​ຂາວ, ວ​ໍ​ຊິງ​ຕັນ​ໄດ້​ເລັ່ງ​ລັດ ປັກ​ກີງ ມີ​ການ​ກະ​ທຳ​ຫລາຍກວ່າ​ອີກ ເພື່ອ​ຈຳ​ກັດ ພຽງ​ຢາງ ແລະ ເນັ້ນ​ຫນັກ​ວ່າ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ສ​ປ​ປ ເກົາ​ຫລີ ຖ້າ​ຫາກ​ປະ​ເທດນີ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ລະ​ໂຄງ​ການ​ອາ​ວຸດນິວ​ເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ