ອາເມລິກາ,ຍີ່ປຸ່ນແລະອິນເດຍເຈລະຈາກ່ຽວກັບຄວາມປອດໄພໃນການເດີນທະເລ

ອາເມລິກາ,ຍີ່ປຸ່ນແລະອິນເດຍເຈລະຈາກ່ຽວກັບຄວາມປອດໄພໃນການເດີນທະເລ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 28/06, ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ໄດ້​​ແຈ້ງ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ອິນ​ເດຍ ​ໄດ້​ດຳ​ເນີນ​ການ​ເຈລະຈາ 3 ຝ່າຍ​ຄັ້ງ​ທີ 7 ຢູ່ Hawaii ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບການ​​ຄວາມປອດ​​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ບັນດາ​ບັນຫາ​ອື່ນໆ​ອີກ. ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ນີ້, ຝ່າຍ​ອາ​ເມ​ລິ​ກາ ມີທ່ານ Nisha Biswal, ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຜູ້​ຮັບຜິດຊອບ​ບັນຫາອາຊີໃຕ້ - ອາ​ຊີ​ກາງ ພ້ອມ​ກັບ​ທ່ານ Daniel Russel, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຜູ້ຮັບຜິດຊອບ​ເຂດ​ອາຊີ​ຕາ​ເວັນ​ອອກ - ​ປາຊີ​ຟິກ. ຄະນະ​ເຈລະຈາ​ຍີ່ປຸ່ນ​ໂດຍ​ທ່ານ Takio Yamada, ​ຫົວໜ້າກົມ​ອາຊີ​ຕາ​ເວັນ​ອອກ​ ​ແລະ ອາຊີ​ຕາ​ເວັນ​ຕົກສ່ຽງ​ໃຕ້ ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ນຳ​ໜ້າ. ຝ່າຍ​ອິນ​ເດຍ​ ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ ​ແມ່ນ​ທ່ານ Vinay Kratra, Praddep Rawat ​ແລະ  Amandeep Gill ນຳ​ໜ້າ. ​ໃນ​ການ​ເຈລະຈາ​ດັ່ງກ່າວ, ​ເຈົ້າ​ໜ້າ​ທີ່ 3 ປະ​ເທດ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື 3 ຝ່າຍ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ.

ຂ່າວ/ບົດ​ອື່ນ