ອາ​ເມ​ລິ​ກາ​ຕຳ​ໜິ​ຕິ​ຕຽນ ຈີນ​ຍິງ​ລູກ​ສອນ​ໄຟ​ ຢ​ູ່ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ວັນທີ 27 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ກ່າວເຕືອນວ່າ ບັນດາເຫດທົດລອງລູກສອນໄຟນຳວິຖີຂອງຈີນຢູ່ທະເລຕາເວັນອອກພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
ອາ​ເມ​ລິ​ກາ​ຕຳ​ໜິ​ຕິ​ຕຽນ ຈີນ​ຍິງ​ລູກ​ສອນ​ໄຟ​ ຢ​ູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1 ລູກສອນໄຟ DF-26 ຂອງຈີນ (ພາບ: REUTERS)

ທຳນຽບ 5 ແຈ ດ້ານໜຶ່ງໄດ້ຢັ້ງຢືນວ່າ ກຳລັງຂອງຈີນໄດ້ຍິງລູກສອນໄຟນຳວິຖິ 4 ລູກໃນບັນດາບັ້ນຊ້ອມຮົບຢູ່ເຂດອ້ອມແອ້ມ ໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ພ້ອມທັງ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການກະທຳນີ້ພວມສ້າງຄວາມສົງໄສກ່ຽວກັບຄຳໝັ້ນສັນຍາຂອງຈີນໃນການຫຼີກລ້ຽງບັນດາການກະທຳທີ່ມີລັກສະນະເກາະຜິດ.

        ໃນຖະແຫຼງການສະບັບໜຶ່ງ, ທຳນຽບ 5 ແຈໄດ້ຊີ້ແຈ້ງວ່າ ບັນດາການກະທຳຂອງຈີນ, ໃນນັ້ນມີບັນດາເຫດທົດລອງລູກສອນໄຟ, “ໄດ້ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກຂາດສະຖຽນລະພາບຫຼາຍກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ