ອາເມລິກາຖະແຫຼງຢຸດຕິການຈັດວາງພາສີເພີ່ມເຕີ່ມໃສ່ສິນຄ້າຂອງອີຢູ

(VOVWORLD) - ອາເມລິກາ ໃຫ້ຮູ້ວ່າ, ຈະບໍ່ຈັດວາງອັດຕາພາສີສູງກວ່າໃສ່ສິນຄ້າທີ່ນຳເຂົ້າຈາກສະຫະພາບເອີລົບ (ອີຢູ) ທີ່ມີມູນຄ່າ 7,5 ຕື້ USD
ອາເມລິກາຖະແຫຼງຢຸດຕິການຈັດວາງພາສີເພີ່ມເຕີ່ມໃສ່ສິນຄ້າຂອງອີຢູ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 12 ສິງຫາ, ອາເມລິກາ ໃຫ້ຮູ້ວ່າ, ຈະບໍ່ຈັດວາງອັດຕາພາສີສູງກວ່າໃສ່ສິນຄ້າທີ່ນຳເຂົ້າຈາກສະຫະພາບເອີລົບ (ອີຢູ) ທີ່ມີມູນຄ່າ 7,5 ຕື້ USD, ກ່ຽວຂ້ອງເຖິງການໂຕ້ຖຽງກັນມາແຕ່ດົນນານກ່ຽວກັບເລື່ອງ ວໍຊິງຕັນ ຖືວ່າ ອີຢູ ໄດ້ອຸດໜູນໃຫ້ແກ່ກຸ່ມບໍລິສັດຜະລິດເຮືອບິນ Airbus. ຕາມນັ້ນແລ້ວ, ອາເມລິກາ ຍັງຮັກສາອັດຕາພາສີ 15% ສຳລັບເຮືອບິນ ແລະ 25% ສຳລັບບັນດາຜະລິດຕະພັນອື່ນໆທີ່ນຳເຂົ້າຈາກອີຢູໄວ້ຄືເກົ່າ.

        ເມື່ອໂຕ້ຕອບການຕົກລົງສືບຕໍ່ຮັກສາອັດຕາພາສີລົງໂທດຈາກຝ່າຍອາເມລິກາ, ຕອນບ່າຍວັນທີ 13 ສິງຫາ, ທ່ານລັດຖະມົນຕີກະຊວງເສດຖະກິດຝລັ່ງ Bruno Le Maire ໄດ້ອອກສຽງຄັດຄ້ານ ແລະ ໃຫ້ຮູ້ວ່າ, ກຸ່ມບໍລິສັດການບິນ Airbus ໄດ້ເຮັດທຸກລະບຽບການທີ່ຈຳເປັນ ແລະ ຖືກຕ້ອງຕາມກົດໝາຍເພື່ອແກ້ໄຂການຢຸດຕິການຂັດແຍ້ງກັນຢ່າງກັບຝ່າຍອາເມລິກາ. ທ່ານລັດຖະມົນຕີ Bruno Le Maire ກ່າວເຕືອນວ່າ, ຖ້າຫາກບໍ່ແກ້ໄຂການຂັດແຍ້ງກັນກັບອາເມລິກາ ໂດຍໄວ, ຝ່າຍອີຢູ ຕ້ອງມີການໂຕ້ຕອບຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ