(vovworld) - ວັນທີ 02/03, ສ.ເກົາຫຼີ ແລະ ອາເມລິກາ ເລີ່ມຕົ້ນການເຈລະຈາ ເພື່ອເປັນເອກະພາບບັນດາຂໍ້ມາດຕາກ່ຽວກັບການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ (THAAD) ຂອງອາເມລິກາ ຢູ່ສ.ເກົາຫຼີ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດສ.ເກົາຫຼີ Cho June-hyuck ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດສ.ເກົາຫຼີ ແລະ ບັນດາກຳລັງອາເມລິກາ ຢູ່ສ.ເກົາຫຼີ ເລີ່ມຕົ້ນການເຈລະຈາກ່ຽວກັບເລື່ອງມອບທີ່ດິນເພື່ອຜັນຂະຫຍາຍ THAAD, ເໝາະສົມກັບສົນທິສັນຍາກ່ຽວກັບຂໍ້ກຳນົດກົດລະບຽບສຳລັບບັນດາກຳລັງອາເມລິກາ (SOFA) ເຊິ່ງ 2 ປະເທດໄດ້ລົງນາມ. ບັນດາການເຈລະຈາຈະຖືກດຳເນີນເປັນຫຼາຍໄລຍະ, ໃນນັ້ນມີຂອດຕີລາຄາກ່ຽວກັບຜົນກະທົບເຖິງສິ່ງແວດລ້ອມ. ຈຸດເວລາສິ້ນສຸດການເຈລະຈາຈະອີງໃສ່ການຜັນແປຂອງວິວັດທະນາການເຈລະຈາ.