ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມປະຕິບັດສັນຍາຄູ່ຮ່ວມມືຂ້າມປາຊີຟິກ(TPP)

ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມປະຕິບັດສັນຍາຄູ່ຮ່ວມມືຂ້າມປາຊີຟິກ(TPP) - ảnh 1
ທ່ານ Daniel Russell
(ພາບ: Hồng Duy)

(vovworld) – ກ່າວ​ຄຳ​ເຫັນ​ທີ່ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 10/5, ຢູ່​ຮ່າ​ໂນ້ຍ, ທ່ານ Daniel Russell, ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດ​ຊອບ​ເຂດ ​​ອາຊີຕາ​ເວັນ​ອອກ - ປາຊີ​ຟິກ ​ໄດ້​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ບຸລິມະສິດ​ຂອງ ອາ​ເມ​ລິ​ກາ ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ, ໜຶ່ງ​​ໃນ​ບັນດາ​ຄູ່​ຮ່ວມ​ມື​ກໍ່​ຕັ້ງ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TPP ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ທີ່ມີ​ຄວາມ​ສາມາ​ດບົ່​ມຊ​້ອນ​ໃນ​ນະ​ໂຍບາຍ​ສ້າງ​ຄວາມດຸ່ນ​ດ່ຽງ​ຄື​ນ​ໃໝ່​ຂອງ ອ​າ​ເມ​ລິ​ກາ ຢູ່ ອາຊີ - ປາຊີ​ຟິກ. ທ່ານ Daniel Russell ກໍ​ແບ່ງປັນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຈະ​ໄດ້​ປຶກສາ​ຫາລື​ລະຫວ່າງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Obama ກັບ​ບັນດາ​ການ​ນຳ ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ເຊິ່ງ​ຈະ​ດຳ​ເນີນໃນ​ທ້າຍ​ເດືອນ​ນີ້, ​ໃນ​ນັ້ນ​ສຸມ​ໃສ່​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ 2 ຝ່າຍ. ພິ​ເສດ, ​ໃນ​ຂົງ​ເຂດ​ນີ້, ອາ​ເມ​ລິ​ກາ ​ໃຫ້​ຄ​​ຳໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ທ່ານ Daniel Russell, ​ໃຫ້​ຮູ້​ວ່າ:

        “2 ຝ່າຍ​ຈະ​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ອະ​ດີດຕະການ, ປະຈຸ​ບັນ ​ແລະ ອະ​ນາ​ຄົດ​ຂອງ​ການ​ພົວພັນ 2 ປະ​ເທດ. ການ​ຮ່ວມ​ມື​ຊຸ​ກຍູ້​ເສດຖະກິດ​​ເຊິ່ງຜ່ານ​ນັ້ນ​ແມ່ນ TPP. ຊຸກ​ຍູ​້ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ ​ແລະ ທົ່​ວ​ໂລກ​… ພວກ​ຂ້າພະ​ເຈົ້າ​ຈະ​​ໃຫ້ຄຳໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ​ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມ​ຜ່ານ​ບັນດາ​ລາຍການ​ມອບ​ທຶນ​ສຶກສາ​ລັດຖະບານ, ​ແລກປ່ຽນ​ນັກ​ຊ່ຽວຊານ, ນັກຮຽນ​ຮູ້. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ແລກປ່ຽນ​ກ່ຽວ​ກັບ​ວິທີ​ແກ້​ໄຂ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ກໍ​່ຄື​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.”


ຂ່າວ/ບົດ​ອື່ນ