ຮົ່ງກົງ(ປະເທດຈີນ)ດຳເນີນການເລືອກຕັ້ງສະພານິຕິບັນຍັດ

(VOVWORLD) -      ຕອນເຊົ້າວັນທີ 19 ທັນວາ ເຂດປົກຄອງພິເສດຮົ່ງກົງແຫ່ງປະເທດ ຈີນໄດ້ດຳເນີນການເລືອກຕັ້ງສະພານິຕິບັນຍັດ  ຊຸດທີ 7
ຮົ່ງກົງ(ປະເທດຈີນ)ດຳເນີນການເລືອກຕັ້ງສະພານິຕິບັນຍັດ - ảnh 1ຮົ່ງກົງ(ປະເທດຈີນ)ດຳເນີນການເລືອກຕັ້ງສະພານິຕິບັນຍັດ

   ນີ້ແມ່ນການເລືອກຕັ້ງສະພານິຕິບັນຍັດຄັ້ງທຳອິດພາຍຫຼັງທີ່ເຂດພິເສດນີ້ໄດ້ປະຕິຮູບລະບົບການເລືອກຕັ້ງໃນປີນີ້. ສະພານິຕິບັນຍັດຮົ່ງກົງຊຸດໃໝ່ລວມມີສະມາຊິກ 90 ຄົນໄດ້ຮັບການເລືອກຕັ້ງໃນຈຳນວນຜູ້ສະໝັກເລືອກຕັ້ງ 153 ຄົນ ໃນນັ້ນມີ 40 ຄົນ ໂດຍຄະນະກຳມະການເລືອກຕັ້ງເລືອກເອົາ, 30 ຄົນໂດຍບັນດາກຸ່ມມີໜ້າທີ່ເລືອກເອົາ ແລະສະມາຊິກ 20 ຄົນທີ່ຍັງເຫຼືອໂດຍບັນດາເຂດເລືອກຕັ້ງເລືອກເອົາໂດຍກົງ.

 ສະພານິຕິບັນຍັດຮົ່ງກົງຊູດທີ 7 ຈະເລີ່ມເຄື່ອນໄຫວນັບແຕ່ວັນທີ 1 ມັງກອນປີ 2022 ດ້ວຍອາຍຸກຫານ 4 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ