ຮັບ​ປ​ະ​ກັນ​ແຫຼ່ງ​ສະ​ໜອງ​ສິນ​ຄ້າ ຮັບ​ໃຊ້​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ ສະຫຼຸ 2021

(VOVWORLD) -ກະຊວງອຸດສາຫະກໍາ - ການຄ້າ ຫວຽດນາມ ໄດ້ສົມທົບກັບພາກສ່ວນຕ່າງໆ, ຈັດຕັ້ງບັນດາລາຍການເຊື່ອມຕໍ່ລະຫວ່າງ ແຫຼ່ງສະໜອງ ກັບ ຜູ້ບໍລິໂພກ, ລະບົບຮ້ານສັບພະສິນຄ້າ ລ້ວນແຕ່ຂຶ້ນແຜນການເພີ່ມເວລາເປີດປະຕູໃຫ້ການບໍລິການຕື່ມອີກ.
ຮັບ​ປ​ະ​ກັນ​ແຫຼ່ງ​ສະ​ໜອງ​ສິນ​ຄ້າ ຮັບ​ໃຊ້​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ ສະຫຼຸ 2021 - ảnh 1(ພາບປະກອບ: vnmedia.vn)

 ເພື່ອເຮັດໃຫ້ລາຄາສິນຄ້າໃນຕະຫຼາດເປັນປົກກະຕິ ແລະ ຮັບປະກັນແຫຼ່ງສະໜອງສິນຄ້າຮັບໃຊ້ບຸນປີໃໝ່ປະຈຳຊາດປີສະຫຼຸ 2021, ກະຊວງອຸດສາຫະກໍາ - ການຄ້າ ຫວຽດນາມ ໄດ້ສົມທົບກັບພາກສ່ວນຕ່າງໆ, ຈັດຕັ້ງບັນດາລາຍການເຊື່ອມຕໍ່ລະຫວ່າງ ແຫຼ່ງສະໜອງ ກັບ ຜູ້ບໍລິໂພກ, ລະບົບຮ້ານສັບພະສິນຄ້າ ລ້ວນແຕ່ຂຶ້ນແຜນການເພີ່ມເວລາເປີດປະຕູໃຫ້ການບໍລິການຕື່ມອີກ. ທ່ານນາງ ເລຫວຽດງາ, ຮອງຫົວໜ້າກົມຕະຫຼາດພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການຮັບປະກັນຕະຫຼາດສິນຄ້າ, ພິເສດແມ່ນປະເພດສິນຄ້າທີ່ຈຳເປັນໃຫ້ແກ່ 63 ແຂວງ, ນະຄອນ. ພວກຂ້າພະເຈົ້າ ພວມປະຕິບັດວຽກງານເຮັດໃຫ້ລາຄາຕະຫຼາດເປັນປົກກະຕິ, ຮັບປະກັນ ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ - ສັງຄົມ ດ້ວຍບັນດາມາດຕະການກະຕຸ້ນການບໍລິໂພກ, ຈັດລາຍການ ໂປຼໂມຊັນ ເພື່ອຊ່ວຍເຫຼືອປະຊາຊົນສາມາດຊື້ເຄື່ອງຂອງໄດ້ໃນສະພາບການໂລກລະບາດໄດ້ກໍ່ຜົນສະທ້ອນຫຼາຍຢ່າງຄືໃນປັດຈຸບັນ. ສິນຄ້າຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດ, ສິນຄ້າຮັບໃຊ້ບຸນເຕັດລ້ວນແຕ່ໄດ້ສະສົມຫຼາຍກວ່າ 30% ເມື່ອທຽບໃສ່ກ່ອນນີ້”.

 

ຕອບກັບ

ຂ່າວ/ບົດ​ອື່ນ