ຮັບ​ປະ​ການ​ການ​ຂົ​ນ​ສົ່ງ​ສິນ​ຄ້າ, ຜູ້​ໂດຍ​ສານ ແລະ ຟື້ນ​ຟູ​ການ​ຜະ​ລິດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ  ຊີ້ແຈ້ງວ່າ ດ້ວຍຄວາມຕັດສິນໃຈປະຕິບັດສຳເລັດແຜນການຜະລິດດຳເນີນທຸລະກິດ ໃນໄຕມາດທີ IV/2021, ຮັບປະກັນໃຫ້ພື້ນຖານເສດຖະກິດມີການເຕີບໂຕປະມານ 2,5%, ບັນດາທ້ອງຖິ່ນຄວນສືບຕໍ່ຈັດຕັ້ງການພົບປະກັບວິສາຫະກິດ, ສ້າງຄະນະຊີ້ນຳ, ບັນດາກຸ່ມແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.
ຮັບ​ປະ​ການ​ການ​ຂົ​ນ​ສົ່ງ​ສິນ​ຄ້າ, ຜູ້​ໂດຍ​ສານ ແລະ ຟື້ນ​ຟູ​ການ​ຜະ​ລິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ (ພາບ: VGP)

ຕອນບ່າຍວັນທີ 20 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ເປັນເຈົ້າການກອງປະຊຸມແບບທາງໄກ ກ່ຽວກັບການຂົນສົ່ງສິນຄ້າ, ຜູ້ໂດຍສານ ແລະ ຟື້ນຟູການຜະລິດ ຢູ່ບັນດາເຂດຜະລິດອຸດສາຫະກຳ, ຮັບປະກັນການຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ດ້ວຍຄວາມຕັດສິນໃຈປະຕິບັດສຳເລັດແຜນການຜະລິດດຳເນີນທຸລະກິດ ໃນໄຕມາດທີ IV/2021, ຮັບປະກັນໃຫ້ພື້ນຖານເສດຖະກິດມີການເຕີບໂຕປະມານ 2,5%, ບັນດາທ້ອງຖິ່ນຄວນສືບຕໍ່ຈັດການພົບປະກັບວິສາຫະກິດ, ສ້າງຄະນະຊີ້ນຳ, ບັນດາກຸ່ມແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ກໍ່ສະເໜີໃຫ້ຂະແໜງການບິນ ຈົ່ງສືບຕໍ່ຮັກສາ ແລະ ເພີ່ມທະວີບັນດາຖ້ຽວບິນ ບົນພື້ນຖານຮັບປະກັນຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພ້ອມທັງປັບປຸງບັນດາມາດຕະການ, ເງື່ອນໄຫວທີ່ເໝາະສົມ ກັບຄວາມຮ້ຽກຮ້ອງຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ