ຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຢ້ຽມຢາມສະຖານທູດຫວຽດນາມ​ປ​ະ​ຈຳເກຼັກ

(VOVWORLD) -ໃນຂອບເຂດການຢ້ຽມຢາມກາເຣັກຢ່າງເປັນທາງການ, ຕອນຄ່ຳວັນທີ 1 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ໄປຢ້ຽມຢາມ ແລະ ພົບປະສັງສັນກັບພະນັກງານສະຖານທູດ, ຜູ້ຕາງໜ້າວົງຄະນະຍາດຊາວຫວຽດນາມອາໄສຢູ່ເກຼັກ.

ຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຢ້ຽມຢາມສະຖານທູດຫວຽດນາມ​ປ​ະ​ຈຳເກຼັກ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ຖ່າຍຮູບນຳພະນັກງານສະຖານທູດຫວຽດນາມປະຈຳເກຼັກ

(ພາບ: An Dang/ TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິງມິນ ສະເໜີໃຫ້ສະຖານທູດ ຄວນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ປະຕິບັດບັນດາວຽກງານກົງສູນ, ວົງຄະນະຍາດ, ຍາມໃດກໍສະຫງວນຄວາມເອົາໃຈໃສ່ອັນເລິກເຊິ່ງເຖິງພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ອາໄສຢູ່ເກັຼກ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ສ້າງວົງຄະນະຍາດໃຫ້ນັບມື້ນັບເປັນປົກກະຕິ, ພັດທະນາ ແລະ ຍາມໃດກໍອວ່າຍໜ້າເມືອຫາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິງມິນ ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິງມິນ ສະແດງຄວາມເຊື່ອໝັ້ນຕໍ່ກຸ່ມມິດຕະພາບເກຼັກ - ຫວຽດນາມ ຈະສືບຕໍ່ໜູນຊ່ວຍສະຖານທູດພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ດ້ວຍບັນດາການພົວພັນຮ່ວມມືທີ່ມີມາແຕ່ດົນນານ, ພ້ອມກັນມີຜົນປະໂຫຍດໃນທຸກຂົງເຂດລະຫວ່າງຫວຽດນາມ ແລະ ເກຼັກ.


ຕອບກັບ

ຂ່າວ/ບົດ​ອື່ນ