ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ: ຫວຽດນາມ ກຳນົດຄວາມໝັ້ນຄົງທາງການບິນແມ່ນໜ້າທີ່ສຳຄັນພິເສດ

(VOVWORLD) - ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ໃນວິວັດທະນາການພັດທະນາ, ບັນຫາຄວາມປອດໄພ, ຄວາມໝັ້ນຄົງຍາມໃດກໍ່ໄດ້ຮັບການສົມທົບກັນແໜ້ນແຟ້ນຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວຂ້ອງຂອງ ຫວຽດນາມ ແລະ ການຮ່ວມມື
ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ: ຫວຽດນາມ ກຳນົດຄວາມໝັ້ນຄົງທາງການບິນແມ່ນໜ້າທີ່ສຳຄັນພິເສດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP/Hải Minh)

ຕອນເຊົ້າວັນທີ 19 ກັນຍາ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ “ກອງປະຊຸມຄວາມປອດໄພ ແລະ ຂຸດຄົ້ນການບິນໂລກ 2023” ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໃຫ້ຮູ້ວ່າ: ຫວຽດນາມ ກຳນົດການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງການບິນ ແມ່ນໜ້າທີ່ສຳຄັນພິເສດ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ໃນວິວັດທະນາການພັດທະນາ, ບັນຫາຄວາມປອດໄພ, ຄວາມໝັ້ນຄົງຍາມໃດກໍ່ໄດ້ຮັບການສົມທົບກັນແໜ້ນແຟ້ນຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວຂ້ອງຂອງ ຫວຽດນາມ ແລະ ການຮ່ວມມື, ການໜູນຊ່ວຍຢ່າງມີປະສິດທິຜົນຂອງບັນດາອົງການ, ຄູ່ຮ່ວມມືສາກົນ. ທ່ານກ່າວວ່າ:

        “ບັນດາໜ້າທີ່, ຄຳຮຽກຮ້ອງສຳລັບການຂຸດຄົ້ນຢ່າງມີປະສິດທິຜົນ, ທັງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງການບິນຈະນັບມື້ນັບສັບສົນ ແລະ ໜັກໜ່ວງກ່ວາອີກ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມອັນໃຫຍ່ຫຼວງ ໃນການຊຸກຍູ້ການຮ່ວມມື, ສົມທົບກັນ, ທັງລະດັບຊາດ, ລະດັບພາກພື້ນ ແລະ ທົ່ວໂລກ.  ພວກຂ້າພະເຈົ້າສະເໜີໃຫ້ສະຫະສະມາຄົມຂົນສົ່ງທາງການບິນສາກົນ, ບັນດາຄູ່ຮ່ວມມືສາກົນ ສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນການສ້າງຕັ້ງບັນດາມາດຖານກ່ຽວກັບຄວາມປອດໄພໃນການຂຸດຄົ້ນ; ເພີ່ມທະວີການເຊືື່ອມຕໍ່, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງການບິນໃນຂອບເຂດທົ່ວໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ