ຮອງນາຍົກລັດຖະມົນຕີຈີ້ງດີງຢຸງຕ້ອນຮັບຮອງປະທານທະນາຄານໂລກ

ຮອງນາຍົກລັດຖະມົນຕີຈີ້ງດີງຢຸງຕ້ອນຮັບຮອງປະທານທະນາຄານໂລກ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢຸງ ຕ້ອນຮັບ
​ທ່ານ​ນາງ Victoria KwaKwa
(ພາບ: VGP/ເຍີດບັກ)

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 25/07 ທີ່ ຮ່​່າໂນ້ຍ ທີ່​ການ​ຕ້ອນຮັບ​ທ່ານ​ນາງ Victoria KwaKwa ຮອງ​ປະທານ​ທະນາຄານ​ໂລກ​ຮັບ​ຜິດ​ຊອບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີ້​ງດີງຟຸງ ຫວັງວ່າ: ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ນາງ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຍຸດ​ທະ​ສາດ​ພັດທະນາ​ແຫ່ງ​ຊາດ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກ່ວາ​ອີກ, ​ໃນ​ນັ້ນ ມີ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີ້​ງດີງຢຸງ ຢັ້ງຢືນ​ວ່າ ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ໝາກຜົນ​ແຫ່ງ​ການ​ນຳ​ໃຊ້​ແຫຼ່ງທຶນ​ກູ້​ຢືມ​ຂອງ​ປະຊາ​ຄົມ​ສາກົນ​ເວົ້າ​ລວມ ​ແລະ ທະນາຄານ​ໂລກ​ເວົ້າ​ສະ​ເພາະ, ​ພ້ອມ​ທັງ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຕິດຕາມ​ກວດກາ ​ແລະ ຄຸ້ມ​ຄອງ​ການ​ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ນີ້.

ຂ່າວ/ບົດ​ອື່ນ