ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເລຂາທິການໃຫຍ່ສານຍຸຕິທຳປະຈຳສາກົນ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເລຂາທິການໃຫຍ່ສານຍຸຕິທຳປະຈຳສາກົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
 ​ແລະ ທ່ານ​ເລຂາທິການ​ໃຫຍ່ Siblesz
(ພາບອິນເຕີນແນັດ)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 28/9, ຢູ່ ນິວຢອກ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ຂອງ​ສານ​ກຳມະການ​ປະຈຳ​ສາກົນ (PCA) ​ໃນ​ການ​ບຳລຸງ​ສ້າງ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກ​ງານ​ຍຸດຕິ​ທຳ ຫວຽດນາມ ​ເພື່ອຮັບ​​ໃຊ້​ປະ​ເທດ​ຊາດ​ໃນ​ວິວັດ​ການ​ເຊື່​ອມ​ໂຍງ. ທ່ານ Siblesz ຢືນຢັນ​ວ່າ: PCA ພ້ອມ​ແລ້ວ​ທີ່ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ຍົກ​ສູງ​ຄວາມ​ສາມາດ​ໃຫ້​ພະນັກງານ, ນັກ​ຊ່ຽວຊານ​ຍຸດຕິ​ທຳ​ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ເລຂາທິການ​ໃຫຍ່ Siblesz ​ເຫັນ​ດີ​​ໂດຍຖື​ວ່າ: ສັນຍາ​ປະ​ເທດ​ເຈົ້າພາບ ​ແລະ ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ PCA ທີ່​​ເຊັນກັນ​ເມື່ອ​ວັນ​ທີ 23/6/2014 ​ແມ່ນ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ.

 

 

 

 

 

 

ຂ່າວ/ບົດ​ອື່ນ