ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ2ຝ່າຍກັບປະມຸກລັດ,ການນຳປະເທດຕ່າງໆ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ2ຝ່າຍກັບປະມຸກລັດ,ການນຳປະເທດຕ່າງໆ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ
​ພົບ​ປະທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ El Salvador, Sanchez Ceren
(ພາ​ບ: congly.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 17/09 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດຂະ​ບວນ​ການບໍ່​ຮ່ວມ​ກຸ່ມ ຢູ່ Margarita, ເວ​ເນ​ຊຸ​ເອ​ລາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ໄດ້​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ ​ປະ​ທາ​ນາ​ທິ​ບໍ​ດີ El Salvador, ນາ​ຍົກ​ລັດ​ຖະ​ມົນ​ຕີ Haiti, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Burundi.

        ໃນ​ການ​ພົບ​ປະ​ກັບ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ El Salvador, Sanchez Ceren, 2 ຝ່າຍ​ໄດ້​ເຫັນ​ດີ​ຖື​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຕ້ອງ​ຊຸກ​ຍູ້​ການ​ເຈ​ລະ​ຈາ, ລົງ​ນາ​ມ​ໃນ​ບັນ​ດາ​ສັນ​ຍາ​ຮ່ວມ​ມື ເພື່ອ​ແນ​ໃສ່​ສ້າງກອ​ບ​ກົດໝາຍ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ໝັ້​ນ​ຄົງ, ຍາວ​ນານ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ… ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ກໍ​ສະ​ເໜີ​ໃຫ້ El Salvador ຖະ​ແຫຼງ​ຮັບ​ຮູ້​​ກົດ​ລະ​ບ​ຽບ​ເສດ​ຖະ​ກິດ​ກາ​ນ​ຕະ​ຫຼາດ​ຂອງ​ຫວຽດ​ນາມ ໂດຍ​ໄວ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Haiti, Enex Jean Charles, 2 ຝ່າຍ​ໄດ້​ເນ​ັ້ນ​ໜັກ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ​ຕ້ອງ​ສືບ​ຕໍ່​ຊ​ຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​​ທຸກ​ຂັ້ນ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ, ສ້າງ​ເງື່ອ​ນ​ໄຂ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ 2 ປະ​ເທດ​ຜັ​ນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຢ່າງ​ໝັ້ນ​ຄົງ ແລະ ມີ​ປະ​ສິດ​ທິ​ຜົນ​, ໂດຍ​ສະ​ເພາະ​ແມ່ນບັນ​ດາ​ຂົງ​ເຂດ​ທີ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື: ໂທ​ລະ​ຄົມ​ມະ​ນາ​ຄົມ, ກະ​ສິ​ກຳ, ການ​ຄ້າເຂົ້າ​ສານ …

        ທີ່​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Burundi, Alain Aime Nyamitwe, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ແລະ ທ່ານລັດ​ຖະ​ມົນ​ຕີ Nyamitwe ໄດ້​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ​ຄື: ສັນ​ຍາ​ສົ່ງ​ເສີມ ແລະ ​ອາ​ລັກ​ຂາ​ການ​ລົງ​ທຶນ, ສັນ​ຍາ​ຫຼີກ​ລ້ຽງ​ການ​ຈັດ​ວາງ​ພາ​ສີ​ຊ້ອນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີສະ​ເ​ໜີ​ໃຫ້ Burundi ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ໂຄງ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ Lumitel, ເປັນ​ປະ​ຖົ​ມ​ປັດ​ໃຈ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ