ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງພົບປະ2ຝ່າຍນອກAMM48

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງພົບປະ2ຝ່າຍນອກAMM48 - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ພົບ​ປະ
ກັບ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດນອກ​ເ​ເວ Boerge Brende
(ພາບ: thuhien)

(vovworld) -  ວັນ​ທີ 4/8/2015, ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​​ກະຊວງການ​ຕ່າງປະ​ເທດອາ​ຊຽນ (AMM) ຄັ້ງ​ທີ 48 ຢູ່ ມາ​ເລ​ເຊຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ນອກ​ເ​ເວ Boerge Brende, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​Ho Nam Hoong ​ແລະ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ Albert del Rosaria

           ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ນອກ​ແວ  Boerge Brende, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ໄລຍະ​ມາ​ເຖິງ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ​ເພື່ອ​ນຳ​ການ​ພົວພັນ 2 ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ; ສືບ​ຕໍ່​ຊຸກຍູ້ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ; ຊຸກ​ຍຸ້ວິ​ສາ​ຫະກິດ ນອກ​ແວ  ​ເຂົ້າ​ຮ່ວມຕະຫລາດ ຫວຽດນາມ, ພິ​ເສດ​ໃນ​ບັນດາ​ຂົງ​ເຂດທີ່ ນອກ​ແວ  ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ການ​ເດີນ​ທະ​ເລ, ​ໄຟຟ້າ​ນ້ຳຕົກ, ​ເສດ​ຖະກິດ​ທະ​ເລ. ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ໜີ​ວ່າ: 2 ຝ່າຍ​ຈະ​ພິຈາ​ລະນາລົງ​ນາມ​​ໃນສັນຍາຍົກ​ເວັ້ນວີ​ຊາໃຫ້​ຜູ້​ຖືປັດ​ສະ​ປໍການ​ທູດ ​ແລະ ລັດຖະການ, ພ້ອມ​ທັງ​ສະ​ເໜີ ນອກ​ແວ  ພິຈາລະນາຍົກ​ເວັ້ນວີ​ຊາທ່ອງ​ທ່ຽວ​​ໃຫ້​ພົນລະ​ເມືອງ ຫວຽດນາມ​. 2 ຝ່າຍ​ກໍເຫັນ​ດີ​ເປັນ​ເອກະ​ພາບ ​​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນຢູ່​ບັນດາ​​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ກໍ​ແບ່ງປັນ​ຄວາມ​ສົນ​ໃຈ​ຕໍ່​ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງກັນດ້ວຍ​ສັນຕິວິທີ​ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົມ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982.

           ທີ່​ການ​ພົບ​ປະ​ກັບ​ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ກຳປູ​ເຈຍ ທ່ານ Ho Nam Hoong, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ຫວຽ​ດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການຮ່ວມ​ມື​ທີ່ເປັນ​ມູນ​ເຊື້ອ​ກັບ ກຳປູ​ເຈຍ; ສະ​ເໜີວ່າ, ໃນ​ໄລຍະ​ມາ​ເຖິງ 2 ປະ​ເທດ​ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ ມີ​ການ​ສົມທົບ​ກັນຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 14 ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ​ໃນ​ປີ 2015 ​ໂດຍ​ໄວ. ​ກ່ຽວຂ້ອງ​ເຖິງ​ບັນຫາ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ, ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບອັນ​ດີງາມລະຫວ່າງ 2 ປະ​ເທດ​, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມີ​ງ ສະ​ເໜີ​ວ່າ: 2 ຝ່າຍ​ຊອກ​ຫາ​ບັນດາ​ມາດ​ຕະການ ​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ຍັງ​ຄົງ​ຄ້າງ ​ເພື່ອ​ສຳ​ເລັດ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​ປັກ​ຫຼັກ​ໝາຍຊາຍ​ແດນ​ຄື​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ເຊິ່ງ 2 ປະ​ເທດ​ບັນລຸ​ໄດ້​ໃນ​ເດືອນ 3/2015.

           ທີ່​ການ​ພົບ​ປະກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ Albert del Rosaria, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ຄະນະ​ກຳມະການ​ຮ່ວມ​ມື 2 ຝ່າຍຄັ້ງ​ທີ່ 8 ​ໂດຍ​ໄວ, ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່ງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກະສິກຳ, ການ​ປະມົງ, ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ…​ກ່ຽວ​ກັບ​ສະພາບ​ໃນ​ພາກ​ພື້ນ ​ແລະ ສາກົນ, 2 ຝ່າຍ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື ອາ​ຊຽນ ​ແລະ ບັນຫາ​ທະ​ເວຕາ​ເວັນ​ອອກ. 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ສົມທົບ​ກັນ ​ແລະ ມານະ​ພາ​ຍາ​ຍາມ​ພ້ອມ​ນຳ​ບັນດາ​ປະ​ເທດ ອາຊຽນ ສ້າງ​ປະຊາ​ຄົມ ອາ​ຊຽນ ສຳ​ເລັດ​ຜົນ, ຍົກ​ສູງຄວາມສາມັກຄີ ​ແລະ ​ເສີມຂະຫຍາຍ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ.


ຂ່າວ/ບົດ​ອື່ນ