ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີລາວ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີລາວ
(ພາບ: VGP/Lê Sơn)

(vovworld) – ​ຕອນ​ບ່າຍ​ວັນ​ທີ 7/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ບຸນ​ປອນ ບຸດ​ຕະ​ນາ​ວົງ, ທີ່​ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ພັກ, ລັດ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ແບບ​ພິ​ເສດ​ກັບ ລາວ, ​ພ້ອມແລ້ວ​ຈະ​ແບ່ງ​ປັນ​ບົດ​ຮຽນ​ເພື່ອ​ຊ່ວຍ​ເຫຼືອ​ລາວ ພັດ​ທ​ະ​ນາ​ເສດ​ຖະ​ກິດ - ສັງ​ຄົມ. ​ສ່ວນທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ບຸນ​ປອນ ບຸດ​ຕະ​ນາ​ວົງ ປາດ​ຖະ​ນາ​ຢາ​ກ​ໃຫ້ 2 ຝ່າຍ​ສືບ​ຕໍ່​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ, ບໍ​ລິ​ຫານ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຊີ້​ນຳ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ, ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ທັງ 2 ປະ​ເທດ, ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ຮ່າງ​ຖືກ​ກັ​ບ​ຄວາມ​ຄືບ​ໜ້າ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທ​ດ​ຈິງ​ເພື່ອ​ຜ​ົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ - ລາວ.

 


ຂ່າວ/ບົດ​ອື່ນ