ຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີUAE
(ພາບ: baodientu.chinhphu.vn)
(vovworld) – ວັນທີ 16/12, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສະຫະລັດ ອາຣັບ ເອມີເຣັດ UAE Sheikhi Mansour Bin Zayed Al Nahyan. ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ UAE Sheikhi Mansour Bin Zayed Al Nahyan ໄດ້ເຫັນດີເປັນເອກະສັນກັນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານຍິ່ງກ່ວາອີກໃນໄລຍະຈະມາເຖິງ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ລະຫວ່າງ 2 ປະເທດ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ການເງິນ-ທະນາຄານ, ການຮ່ວມມືດ້ານແຮງງານ. 2 ຝ່າຍສະແດງຄວາມຕັດສິນໃຈຍົກວົງເງິນການຄ້າ 2 ຝ່າຍໃຫ້ສູງຂຶ້ນໃນຊຸມປີຈະມາເຖິງ, ພ້ອມທັງຢືນຢັນຈະສືບຕໍ່ສົມທົບ ແລະ ສະໜັບສະໜູນກັນໃນບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ລັດຖະບານ UAE ໜູນຊ່ວຍ, ສ້າງເງື່ອນໄຂ ເພື່ອໃຫ້ບັນດາວິສາຫະກິດ UAE ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດເຊິ່ງປະເທດນີ້ມີທ່າແຮງ; ໜູນຊ່ວຍ ຫວຽດນາມ ກໍ່ສ້າງສູນບຳລຸງສ້າງຄົນງານ ເພື່ອຍົກສູງວິຊາການໃຫ້ແກ່ຄົນງານຫວຽດນາມ ໄປເຮັດວຽກຢູ່ຕະຫຼາດຕາເວັນອອກກາງ. ຫວຽດນາມ ຊົມເຊີຍ ແລະ ຢືນຢັນຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດ, ທະນາຄານ ແລະ ກອງທີ່ເພືຶ່ອການລົງທຶນຂອງ UAE … ມາຍັງ ຫວຽດນາມ ຊອກຮູ້ຕະຫຼາດ, ການຮ່ວມມືວິສາຫະກິດ ແລະ ການລົງທຶນ.
ສ່ວນທ່ານຮອງນາຍົກລັດຖະມົນຕີ UAE Sheikhi Mansour Bin Zayed Al Nahyan ຢັ້ງຢືນວ່າ: ລັດຖະບານ ແລະ ປະຊາຊົນ UAE ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບຮ່ວມມືກັບ ຫວຽດນາມ ແລະ ຈະຊີ້ນຳນຳພາບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ UAE ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງ, ການຮ່ວມມືເສດຖະກິດການຄ້າ ຢ່າງດີ, ຊຸກຍູ້ການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ໜູນຊ່ວຍບັນດາໂຄງການຮ່ວມມືເສດຖະກິດ, ການເງິນ-ທະນາຄານ, ແຮງງານ…ໃນອະນາຄົດ.