(vovworld) – ວັນທີ 21/5, ຄະນະປະຕິບັດງານຂອງລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ນຳໜ້າ ໄດ້ໄປຮອດແຂວງ ຮ່າຕິ້ງ ເພື່ອກວດກາໂຄງການທ່າກຳ່ປັນນ້ຳເລິກ Formosa ຂຶ້ນກັບເຂດເສດຖະກິດ ຫວູງອ໋າງ ແລະ ເຮັດວຽກກັບແຂວງ ຮ່າຕິ້ງ, ບໍລິສັດ ເຫຼັກກ້າ ຮຶງຫງຽບ Formosa ຈຳກັດ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕີລາຄາສູງ ອຳນາດການປົກຄອງ, ກຳລັງທີ່ກ່ຽວຂ້ອງແຂວງ ຮ່າຕິ້ງ ແກ້ໄຂສະພາບການສັບສົນໃນໄລຍະມໍ່ນີ້ຢູ່ໂຄງການ Formosa ໂດຍບາງເປົ້າໝາຍກໍ່ຂຶ້ນໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມສະຫງົບ, ຄວາມປອດໄພທັງດ້ານມະນຸດ ແລະ ຊັບສິນໃຫ້ແກ່ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ, ເດັດດຽວບໍ່ປະໃຫ້ເກີດສະພາບຄ້າຍຄືກັນດ້ວຍທຸກມາດຕະການ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ຮ່າຕິ້ງ ສົມທົບກັບບັນດາກະຊວງ, ຂະແໜງການສູນກາງສຸມໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃຫ້ບັນດາວິສາຫະກິດ ແລະ ຄົນງານທັງພາຍໃນ ແລະ ຕ່າງປະເທດໃນບໍລະເວນແຂວງ, ສືບຕໍ່ໂຄສະນາເຜີຍແຜ່, ຂົນຂວາຍໃຫ້ປະຊາຊົນຍົກສູງຈິດໃຈລະວັງຕົວ, ສົມທົບກັບບັນດານັກລົງທຶນຈັດຕັ້ງການສະໜອງ ຄົນງານ ເພື່ອແນໃສ່ນຳການເຄື່ອນໄຫວຜະລິດກັບຄືນສູ່ປົກກະຕິ, ສຸມໃສ່ແກ້ໄຂສືບສວນບັນດາເປົ້າໝາຍລະເມີດຕາມຂໍ້ກຳນົດຂອງກົດໝາຍ.