ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມແລະເຮັດວຽກຢູ່ນະຄອນເກີນເທີ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມແລະເຮັດວຽກຢູ່ນະຄອນເກີນເທີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​

(vovworld) - ​​ ​ຕອນ​ບ່າຍ​ວັນ​ທີ 26/2, ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ບັນ​ດາ​ແຂວງ​ພາກ​ໃຕ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ໄດ້ເຮັດ​ວຽກ​ກັບ​ການ​ນຳ​ນະ​ຄອນ ເກີນ​ເທີ ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົ​ມ. ທ​່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຕີ​ລາ​ຄາ​ສູງ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ນະ​ຄອນ​ໃນ 2 ເດືອນ​ຕົ້ນ​ປີ 2017, ໄດ້ພັດ​ທະ​ນາ​ສະ​ຖຽນ​ລະ​ພາບ, ການ​ຄ້າ, ການ​ບໍ​ລິ​ການ ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ​ໃສ່​ໃຈ​ວ່າ​ແຂວງ ເກີນ​ເທີ ຕ້ອງ​ເອົາ​ໃຈ​ໃສ່​ລົງ​ທຶນ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຍົກ​ສູງວົງ​ເງິນ​ສົ່ງ​ອອກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ເຈາະ​ຈິ້ມ​ນະ​ຄອນ ເກີນ​ເທີ ສົມ​ທົບ​ກັບ​ກະ​ຊວງ​ຄົມ​ມ​ະ​ນາ​ຄົມ​ຂົນ​ສົ່ງ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ເພື່ອ​ຮຽກ​ຮ້ອງ​ການ​ລົງ​ທຶນ​, ກໍ່​ສ້າງ​ສະ​ໜາມ​ບິນ​ສາ​ກົນ ເກີນ​ເທີ ​ໃຫ້ກາຍ​ເປັນ​ສະ​ໜາມ​ບິນ​ຈຸດ​ສຸມ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ເກີນ​ເທີກໍ່​ຕ້ອງ​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ສົ່ງ​ເສີມ​ການ​ລົງ​ທຶນໂດຍ​ໄວ ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົນ​ເຂົ້າ​ມາ​ລົງ​ທຶນ.


ຂ່າວ/ບົດ​ອື່ນ