ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກກັບຄະນະຊີ້ນຳບໍລິຫານລາຄາ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກກັບຄະນະຊີ້ນຳບໍລິຫານລາຄາ - ảnh 1
(ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ
ເຮັດວຽກກັບຄະນະຊີ້ນຳບໍລິຫານລາຄາ)


(vovworld) - ​ຕອນ​ບ​່າຍ​ວັນ​ທີ 22/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ເມື່ອ​ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ບໍ​ລິ​ຫານ​ລາ​ຄາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ຖື​ວ່າ, ເລື່ອງ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ບໍ່​ພຽງ​ແຕ່​ຮັບ​ປະ​ກັນ​ຄາດ​ໝາຍ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ເທົ່າ​ນັ້ນ ຫາກ​ລັດ​ຖະ​ບານ​ຍັງ​ປະ​ຕິ​ບັດ​​ລາດ​ກ້າວ​ຫັນ​ປ່ຽນ​ຄ່າ​ບໍ​ລິ​ການ​ພາກ​ລັດ​​ຕ່າງໆຕາມ​ສັນ​ຍາ​​ນຂອງ​ຕະ​ຫຼາດ​ອີກ​ດ້ວຍ. ເພື່ອ​ຄວບ​ຄຸມ​ໄ​ພ​ເງິນ​ເຟີ້​ສຳ​ເລັດ​ຜົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຕິດ​ຕາມ​​ການ​​ເໜັງ​ຕີງດ້ານລາ​ຄາ​ນ້ຳ​ມັນ​ໂລ​ກ, ບໍ​ລິ​ຫານ​ຢ່າງ​ມີ​ໄຫວ​ພິບ ແລະ ນຳ​ໃຊ້​ກອງ​ທຶນ​​ນ້ຳ​ມັນ​ໃຫ້ເປັນ​ປົກ​ກະ​ຕິ; ວາງ​ແຜນ​ລາ​ຄາ​ໄຟ​ຟ້າ​ບົນ​ພື້ນ​ຖານ​ການ​ຄິດ​ໄລ່​ມູ​ນ​ຄ່າ​ສົ້ນ​ອອກ - ສົ້ນ​ເຂົ້າ​ຈອງ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຄ້າ​ຂາຍ​ໄຟ​ຟ້າ... ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປະ​ກາດ​ໃຊ້​​ແນະນຳ​ປະ​ຕິ​ບັດ​ລາ​ຄາ​​ການ​ບໍ​ລິ​ການກວດ, ປິ່ນ​ປົວ​ພະ​ຍາດ​ໃຫ້​ຜູ້ບໍ່​ມີ​ບັດ​ປະ​ກັນ​ສຸ​ຂະ​ພາບ...​ໂດຍ​ໄວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​​ໝາຍໃຫ້​ກະ​ຊວງ​ສຶ​ກ​ສາ ແລະ ບຳ​ລຸງ​ສ້າງ ສົມ​ທົບ​ກັບ​ກະ​ຊວງ​ການ​ເງິນ ຄວບ​ຄຸມ​ການ​ເພີ່ມ​ລາ​ຄາ​​ອຸ​ປະ​ກອນການ​ບໍ​ລິ​ການ​ຂອງ​ຂະ​ແໜງ​ສຶກ​ສາ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ