ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມກອງປະຊຸມທົ່ວໂລກ ກ່ຽວກັບຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຢູ່ຍີ່ປຸ່ນ

ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມກອງປະຊຸມທົ່ວໂລກ ກ່ຽວກັບຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຢູ່ຍີ່ປຸ່ນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ນ
ການ​ພົບ​ປະກັນ​ຜູ້​ວ່າການ​​ເຂດ​ U Min Sue
(ພາບ: TTXVN)


(vovworld) – ຕອນ​ຄໍ່າ​ວັນ​ທີ 12/03, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ​ໄດ້​ເດີນທາງ​ອອກ​ຈາກ Yangon, ສິ້ນ​ສຸດ​ການ​ຢ້ຽມຢາມ​ມຽນມາ ຢ່າງ​ເປັນ​ທາງ​ການ, ​ເດີນທາງ​ໄປ​ຍັງ Sendai ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມທົ່ວ​ໂລກ​ຄັ້ງ​ທີ 13 ກ່ຽວ​ກັບ​ການຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກໄພ​ທຳ​ມະ​ຊາດ​ຢູ່​ຍີ່ປຸ່ນ. ກ່ອ​ນໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 12/3, ຢູ່​ນະຄອນ Yangon, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ໄດ້​ມີ​ການ​ພົບ​ປະກັນ​ຜູ້​ວ່າການ​​ເຂດ​ U Myint Swe. ທ່ານ U Myint Swe ຢືນຢັນ​ວ່າ, ມຽນມາ ​ເວົ້າ​ລວມ ​ແລະ ນະຄອນ Yangon ​ເວົ້າ​ສະ​ເພາະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ. ທ່ານ U Myint Swe ​ຕີ​ລາຄາ​ສູງ​ບັນດາ​ໂຄງການ​ລົງທຶນ​ຂອງ​ຫວຽດນາມ ຢູ່ Yangon, ພ້ອມ​ທັງ​ເຫັນ​ດີ​ສົມທົບ​ກັນ, ສ້າງ​ເງື່ຶອນ​ໄຂສະດວກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ​ໂຄສະນາ, ສົ່ງ​​ເສີມ​ການ​ຄ້າ​ຢູ່ Yangon, ​ເພື່ອ​ປະກອບສ່ວນ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ມຽນມາ (28/05/1975 – 28/05/2015).

        ​ເມື່ອ​ໂອ້​ລົມ​​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ທີ່ພວມ​ລົງທຶນ, ດຳ​ເນີ​ທຸລະ​ກິດ​ຢູ່​ມຽນມາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຖື​ວ່າ, ບັນດາ​ຜົນງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ ​ເຊິ່ງວິ​ສາ​ຫະກິດ​ບັນລຸ​ໄດ້​​ແມ່ນມີ​ຄວາມສຳຄັນທີ່​ສຸດ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ມຽນມາ; ພ້ອມ​ທັງ​ສະ​ເໜີ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ສືບ​ຕໍ່​ເປັນ​ເຈົ້າ​ການ, ​ເພີ່ມ​ທະວີ​ການ​ຊອກ​ຮູ້, ​ເຂົ້າ​ໃຈກົດໝາຍ, ວັດທະນະທຳ ​ແລະ ຈຸດ​ພິ​ເສດຂອງ​ຕະຫຼາດ​ມຽນມາ; ສາມັກຄີ ​ແລະ ຕັດສິນ​ໃຈ​ຍູ​້ແຮງການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ປະ​ເທດ​ນີ້​ກວ່າ​ອີກ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງຮອງ​ປະທານ​ປະ​ເທດ ​ໄດ້​​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ; ຢ້ຽມຢາມ​ສູນ​ການ​ຄ້າ ຮ່ວາງ​ແອ​ງຢາ​ລາຍ ຢູ່​ມຽນມາ.

ຂ່າວ/ບົດ​ອື່ນ