ຮອງປະທານປະເທດດັ້ງທິງອກທິ້ງເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ

(VOVWORLD) -ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ໃນລະຫວ່າງວັນທີ 10 – 16 ພຶດສະພາ, ວັນທີ 11 ພຶດສະພາ, ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ Akihito, ພົບປະກັບອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito.

ທີ່ການເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນນັກວ່າ, ການຢ້ຽມຢາມທາງລັດຖະກິດຄັ້ງທຳອິດເຖິງຫວຽດນາມຂອງພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ ໃນຕົ້ນເດືອນ ກຸ່ມພາ ຜ່ານມາ ແມ່ນຂີດໝາຍສຳຄັນ, ມີລັກສະນະສັນຍາລັກໃນການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ, ຜົນສຳເລັດຂອງການຢ້ຽມຢາມໄດ້ສ້າງເງື່ອນໄຂເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດກວ່າອີກ.

        ພະເຈົ້າຈັກກະພັດຍີ່ປຸ່ນ Akihito ຢືນຢັນການຖືເປັນສຳຄັນ, ສະໜັບສະໜູນ ແລະ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນລະຫວ່າງ 2 ປະເທດ.

ຮອງປະທານປະເທດດັ້ງທິງອກທິ້ງເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ 

ພົບປະກັບອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito

(ພາບ: TTXVN) 

ທີ່ການພົບປະເຈລະຈາກັບອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito, ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນຂອງລາດຊະວົງ ຍີ່ປຸນ ແລະ ອົງມົງກຸດລາຊະກຸ່ມມານ ດ້ວຍການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງ, ກວ້າງຂວາງໃນໄລຍະຈະມາເຖິງ.

        ສ່ວນອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito ເຊື່ອໝັ້ນວ່າ, ເລື່ອງທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຄັ້ງນີ້ ມີຄວາມໝາຍສຳຄັນໃນການຢືນຢັນບົດບາດທີ່ນັບມື້ນັບສຳຄັນຂອງແມ່ຍິງໃນສັງຄົມຂອງທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ