ຮອງປະທານສະພາແຫ່ງຊາດຮີ່ງງອກເຊີນຢ້ຽມຢາມສປປ.ເກົາຫລີ
(ພາບ: vtv.vn)
|
(vovworld) - ໂດຍປະຕິບັດແຜນການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມປີ 2015 ແລະ ເພື່ອເປັນການຕອບສະໜອງຕາມຄຳເຊີນຂອງສະພາປະຊາຊົນສູງສຸດ ສປປ.ເກົາຫລີ, ວັນທີ 6/7, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຮີ່ງງອກເຊີນ, ຮອງປະທານສະພາແຫ່ງຊາດ ນຳໜ້າ ໄດ້ໄປ ພຽງຢາງ, ເລີ່ມຕົ້ນການຢ້ຽມຢາມ ສປປ.ເກົາຫລີ ຢ່າງເປັນທາງການ. ທີ່ການພົບປະເຈລະຈາໄດ້ດຳເນີນໃນຕອນເຊົ້າວັນທີ 7/7, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຈລະຈາກັບຄະນະຜູ້ແທນສະພາປະຊາຊົນສູງສຸດ ສປປ.ເກົາຫລີ ແລະ ຢືນຢັນວ່າ: ຈະສືບຕໍ່ການປັບປຸງ ແລະ ພັດທະນາການພົວພັນອັນດີງາມນີ້ໃນໄລຍະຈະມາເຖິງ. 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ປຶກສາຫາລືບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ, ແລກປ່ຽນຄວາມເຫັນກ່ຽວກັບບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຮີ່ງງອກເຊີນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປວາງພວງມາລາຕໍ່ໜ້າຮູບຫຼໍ່ປະທານ Kim II Sung ແລະ ປະທານ Kim Jong II; ຢ້ຽມຢາມ ແລະ ມອບເຄື່ອງອຸປະກອບຮັບໃຊ້ການຮ່ຳຮຽນຈຳນວນໜຶ່ງໃຫ້ແກ່ຄູອາຈານ ແລະ ນັກຮຽນພະແນກພາສາຫວຽດນາມ ຂອງມະຫາວິທະຍາໄລພາສາຕ່າງປະເທດ ພຽງຢາງ.