ຮອງລັດຖະມົນຕີການຕ່າງປະເທດ Pham Quang Vinh ຕອບສຳພາດກ່ຽວກັບ COC


ຮອງລັດຖະມົນຕີການຕ່າງປະເທດ Pham Quang Vinh ຕອບສຳພາດກ່ຽວກັບ COC   - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh
(ພາບ: Bongoaigiaovietnam)
Vovworld- ທີ່​ການ​ປະຊຸມ​ຄັ້ງ​ຕ່າງໆ​ຢູ່ຮ່າ​ໂນ້ຍ​ແຕ່​ວັນ​ທີ 24 – 25/6/2012, ບັນດາ​ເຈົ້າ​ໜ້າທີ່ຂັ້ນ​ສູງ​ອາ​ຊຽນ​ໄດ້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ ທັດສະນະ​ຂອງ ອາ​ຊຽນສຳລັບ​ບັນດາ​ປັດ​ໃຈ​ຕົ້ນຕໍ​ຂອງ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ(COC)  . ​ເນື່ອງ​ໃນ​ໂອກາດ​ນີ້, ​ເມື່ອ​ຕອບ​ສຳ​ພາດ​ວົງ​ການ​ສື່​ມວນ​ຊົນ​ຢູ່ພາຍ​ໃນ​ປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໃຫ້​ຮູ້​ວ່າ ​ໃນ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ປັດ​ໃຈ​ພື້ນຖານ​ຂອງ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ, ອາ​ຊຽນ​ໄດ້​ສະ​ແດງ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ແຜນ​ນະ​​ໂຍບາຍ​ຂອງ​ຕົນ​ໂດຍ​ປາດ​ຖະ​ໜາ​ໃຫ້ ປະມວນຫຼັກ ການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກຈະ​ຕ້ອງ​ເປັນ​ເຄື່ອງມື​ປະກອບສ່ວນ​ຢ່າງ​ມີ ປະສິດທິ​ຜົນ​ກ່ວາ​ໃຫ້​ແກ່​ສັນຕິພາບ, ຄວາມ​ສະຫງົບ ​ແລະ ສະຖຽນ​ລະ​ພາບ​ຢູ່ ທະເລຕາເວັນອອກ. ຕາມ​ນັ້ນ​ແລ້ວ, ວິທີ​ສຳ​ພັດ​ຮ່ວມ​ຂອງອາ​ຊຽນ​ແມ່ນປະມວນ ຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ ຕ້ອງ​ອີງ​ຕາມ ​ແລະ ທະວີ​ຄຸນ​ສູງ​ກ່ວາ​ອີກ​ຈາກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະເລຕາເວັນອອກ. ທັດສະນະ​ລວມຂອງ ອາ​ຊຽນກ່ຽວ​ກັບ ປະມວນຫຼັກການ ປະພຶດຕໍ່ກັນຢູ່ທະເລ ຕາເວັນອອກ​ໃນ​ອະນາຄົດ ​ແມ່ນ​ຕ້ອງ​ມີ​ບັນດາ​ຈຸດ​ຕົ້ນຕໍ​ຄື : ຂໍ້​ກຳ​ນົດຫຼັກການ​ເຄົາລົບ​ກົດໝາຍ​ສາກົນ, ກົດ​ບັດ​ ສ.ປ.ຊ , ສົນທິສັນຍາ​ກົດໝາຍ​ທະ​ເລ​ປີ 1982, ສົນທິສັນຍາສະໜິດສະໜົມ ​ແລະ ຮ່ວມ​ມື​ອາຊີ​ຕາເວັນອອກ​ສ່ຽງ​ໃຕ້, ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະເລຕາເວັນອອກ.... ອາ​ຊຽນຫວັງ​ວ່າ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກຕ້ອງ​ມີ​ລັກສະນະ​ຜູກ​ພັນ​ໃນ​ສັນຍາ​ສູງ​ກ່ວາ ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະເລ ຕາເວັນອອກ, ຕ້ອງ​ມີ​ກົນ​ໄກ​ຕິດຕາມ​ກວດກາ ​ແລະ ຮັບປະກັນ​ການ​ປະຕິບັດ ​ແລ​ະ ພິ​ເສດ​ແມ່ນ​ເພີ່ມ​ເຕີມ​ຂໍ້​ກຳນົດ​ເນັ້ນ​ໜັກ​ຫຼັກການ​ເຄົາລົບ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ບັນດາ​ປະ​ເທດ​ແຄມ​ທະເລຕາມ ສົນທິສັນຍາຂອງ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍທະ​ເລປີ 1982.

   ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໃຫ້​ຮູ້​ວ່າ ​ໃນ​ເວລາ​ທີ່​ຈະ​ເຖິງ​ນີ້, ອາ​ຊຽນຈະ​ດຳ​ເນີນ​ການ​ເຈລະຈາ​ກັບ​ຈີນ​ກ່ຽວ​ກັບ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ. ​ເອກະສານ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນດາ​ປັດ​​ໃຈ​ຕົ້ນຕໍ​ຂອງ ປະມວນຫຼັກການປະພຶດຕໍ່ກັນຢູ່ທະເລ ຕາເວັນອອກທີ່​ໄດ້​ກ່າວ​ມາ​ຂ້າງ​ເທິ່ງ ຈະ​ເປັນ​ພື້ນຖານ​ເພື່ອ ອາ​ຊຽນ​ແລກປ່ຽນ​ທັດສະນະ​ຂອງ​ຕົນ​ກັບ​ຈີນ.

ຂ່າວ/ບົດ​ອື່ນ