ຮ່າຢາງ ສ້າງກຳລັງໜູນຊຸກຍູ້ ການພັດທະນາເສດຖະກິດ, ສັງຄົມ

ຮ່າຢາງ ສ້າງກຳລັງໜູນຊຸກຍູ້ ການພັດທະນາເສດຖະກິດ, ສັງຄົມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຢາງ
(ພາບ: VGP)


(vovworld) -     ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຢາງ, ຕອນ​ບ່າຍ​ວັນ​ທີ 07/01 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະເໜີ​ວ່າ; ​ແຂວງ ຮ່າ​ຢາງ ຕ້ອງອີງ​ໃສ່​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຂວງ ​ແລະ ອີງ​ໃສ່​​​ຄວາມ​ສາມາດ​ຂອງ​​ແຂວງ, ສຸມ​​ກຳລັງເຂົ້າ​ໃນບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ທີ່​ມີລັກສະນະ​ບຸກທະລຸ ​ເພື່ອ​ພັດທະນາ​​ແບບ​ຍືນ​ຍົງ; ສື​ບຕໍ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະຕິບັດ​ບັນດາ​ມາດ​ຕະການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຕາມ​ທິດ​ວ່ອງ​ໄວ ​ແລະ ໝັ້ນຄົງ​ ​ຢ່າງ​ມີ​ປະສິດທິ​ຜົນ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ໃສ່ໃຈວ່າ ​ແຂວງ​ຮ່າ​ຢາງ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກວ່າ​ອີກ ເຖິງ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ, ຄິດ​ໄລ່ກົນ​ໄກ​ພັດ​ທະນາ​ເສດຖະກິດ​ການ​ຄ້າ​ເຂດ​ຊາຍ​ແດນ​ກັບ​ຈີນ ບົນ​ຈິດ​ໃຈ​ຮ່ວມ​ມື, ມິດຕະພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ປົກ​ປັກ​ຮັກສາ​​ເຂດ​ຊາຍ​ແດນ, ອະທິປະ​ໄຕ​ຜືນ​​ແຜ່ນດິນ​ຂອງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ. ພ້ອມ​ກັນ​ນັ້ນ, ​ແຂວງ​ຮ່າ​ຢາງ ຕ້ອງ​ປະຕິບັດ​ວຽກ​ງານ​ວາງ​ແຜນຜັງ​​ເປັນ​ຢ່າງ​ດີ, ​ເລືອກ​ເຟັ້ນການ​ລົງທຶນ​ກໍ່ສ້າງບັນດາ​ກິດຈະການ​ທີ່​ມີ​ລັກສະນະ​ຈຸດ​ສຸມ​ເພື່ອ​​ເປັນກຳລັງໜູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ