ຮ່າ​ໂນ້ຍ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ

(VOVWORLD) -ທີ່ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳຫວຽດນາມ, ທ່ານເວືອງດິ່ງເຫ້ວເລຂາທິການຄະນະພັກນະຄອນຮ່າໂນ້ຍ ໄດ້ຢັ້ງຢືນວ່າ ຍີ່ປຸ່ນເວົ້າລວມ, ນະຄອນໂຕກຽວ ແລະບັນດາທ້ອງຖິ່ນຂອງຍີ່ປຸ່ນເວົ້າສະເພາະ ຍາມໃດກໍ່ແມ່ນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງຮ່າໂນ້ຍ.
ຮ່າ​ໂນ້ຍ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ - ảnh 1ທ່ານເວືອງດິ່ງເຫ້ວເລຂາທິການຄະນະພັກນະຄອນຮ່າໂນ້ຍ ແລກປ່ຽນກັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳຫວຽດນາມ (ພາບ:  hanoimoi.com.vn

ເມື່ອແບ່ງປັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງຮ່າໂນ້ຍໃນໄລຍະທີ່ຜ່ານມາ, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ: ນະຄອນໄດ້ເຂົ້າຮ່ວມຢ່າງຂ້ຽວຂາດ ແລະ ມາຮອດປັດຈຸບັນ, ນະຄອນສາມາດຄວບຄຸມ ໂລກລະບາດໄດ້ໂດຍພື້ນຖານ, ຮັບປະກັນ ຊີວິດອິນຊີ ແລະ ການດຳລົງຊີວິດຂອງປະຊາຊົນ, ຜ່ານນັ້ນສ້າງປະຖົມປັດໄຈເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ. ທ່ານ ກໍ່ໃຫ້ຮູ້ວ່າ: ປັດຈຸບັນ, ນະຄອນໄດ້ມີແຜນການຟື້ນຟູເສດຖະກິດຢ່າງຮອບດ້ານ, ສູ້ຊົນບັນລຸການ ເຕີບໂຕໃຫ້ໄດ້ໃນລະດັບທົບ 1.3 ເທົ່າເມື່ອທຽບໃສ່ການສະເລ່ຍລວມຂອງທົ່ວປະເທດ, ຮັບປະກັນລາຍຮັບ - ລາຍຈ່າຍຂອງງົບປະມານ.

ສ່ວນທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ຫວຽດນາມ ເນັ້ນໜັກວ່າ ຮ່າໂນ້ຍມີບົດບາດສຳຄັນທີ່ສຸດໃນການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ທ່ານກໍ່ຢັ້ງຢືນວ່າ ການຄວບຄຸມໂລກລະບາດ ແມ່ນປະຖົມປັດໄຈສຳຄັນເພື່ອດຶງດູດວິສາຫະກິດຕ່າງປະເທດສືບຕໍ່ຍູ້ແຮງການລົງທຶນເຂົ້ານະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ