ເກຼັກ ກະກຽມການເລືອກຕັ້ງຄືນໃໝ່

ເກຼັກ ກະກຽມການເລືອກຕັ້ງຄືນໃໝ່ - ảnh 1
ທ່ານ​ອະດີດ​ລັດຖະມົນຕີ​ການ​​ເງິນທັງແມ່ນ​ຫົວໜ້າ​ພັກ​ສັງຄົມ Evangelos Venizelos
( ພາບ: zimbio.com )

( vovworld ) –   ພາຍຫຼັງ​ການ​ນຳ​ຝ່າຍ​ຊ້າຍຖືກ​ປະລາໄຊ​​ໃນ​ການ​ເລືອ​ກຕັ້ງ​ເມື່ອ​ວັນ​ທີ 6/5 ຜ່ານ​ມາ, ວັນ​ທີ 8/5, ລັດຖະບານ​ເກຼັກ ​ໄດ້​ອອກ​ແຈ້ງ​ການຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່. ​ຕາມ​ເຈົ້າ​ໜ້າທີ່ທ່ານ​ໜື່ງຂອງ​​ລັດຖະບານ​ປະ​ເທດ​ນີ້, ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່​​ອາດຈະ​​ດຳ​ເນີນ​ໃນ​ວັນ​ທີ 17/5 ທີ່​ຈະ​ມາ​ເຖິງ. ກ່ອນ​ໜ້າ​ນັ້ນ, ດ້ວຍການ​ປະ​ລາໄຊ​ຢ່າງໜັກໜ່ວງ​ຂອງ​ສອງ​ພັກ​ໃຫຍ່​ທີ​ສະໜັບ​ສະ​ໜູນບັນດາ​ມາດຕະຖານກູ້ຊ່ວຍ​ດ້ານ​ການ​ເງິນ, ​ເກຼັກ ອາດຈະ​ອອກ​ຈາກພາກ​ພື້ນໃຊ້ສະກຸນ​ເງິນ​ເອີ​ໂລ​ລວມ. ວັນ​ທີ 7/5, ທ່ານ​ອະດີດ​ລັດຖະມົນຕີກາ​ຊວງ​ການ​​ເງິນທັງແມ່ນ​ຫົວໜ້າ​ພັກ​ສັງຄົມ Evangelos Venizelos ​ໄດ້​ຮຽກຮ້ອງ​​ໃຫ້ສ້າງ​ຕັ້ງ​ລັດຖະບານ​ຮ່ວມສຳພັນໃໝ່​​ເຊິ່ງລວມມີ​ບັນດາ​ພັກນິຍົມເອີລົບ. ​ແຕ່​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ສົງ​ໄສວ່າ ພັກ​ປະ​ຊາ​ທິປະ​ໄຕ ​ແລະ ພັກ​ສັງຄົມ ອາດ​ຈະ​ສ້າງ​ຕັ້ງ​ສຳພັນ​ທະ​ມິດ​ໃໝ່ໂດຍ​ໄວ. ບັນດາ​ນັກ​​ໄຈ້ແຍກ​ກໍ​ສະ​ແດງ​ຄວາມ​ສົງ​​ໄສ​ວ່າ ການ​ເລືອກ​ຕັ້ງ​ໃໝ່​ຈະ​ຊ່ວຍ​ໃຫ້​ສອງ​ພັກ​ນີ້​ຍາດ​ໄດ້​ການ​ສະ​ໜັບສະ​ໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ວາ.

ຂ່າວ/ບົດ​ອື່ນ