ເກີດເຫດວາງລະເບີດຢູ່ນະຄອນຫຼວງແບກແດດ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ 10 ຄົນ

ເກີດເຫດວາງລະເບີດຢູ່ນະຄອນຫຼວງແບກແດດ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ 10 ຄົນ - ảnh 1
(ພາບປະກອບ: AFP/TTXVN)

(vovworld) –  ​ເຫດ​ວາງ​ລະ​ເບີ​ດ​ເກີດ​ຂຶ້ນ​ໃນ​ວັນ​ທີ 13/08, ຢູ່​ເມືອງ ນິວ​ແບກ​ແດດ, ​ທາງ​ທິດຕາ​ເວັນ​ອອກ​ນະຄອນຫຼວງແບກ​ແດດ ຂອງ​ອີຣັກ, ເຊິ່ງ​ເປັນ​​ແຫ່ງມີ​ຊາວ​ອິດສະລາມ ນິກາຍ​ຊີ​ອາ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼາຍ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 10 ຄົນ​ເສຍ​ຊີວິດ ​ແລະ 21 ຄົນ​ຖືກ​ບາດ​ເຈັບ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ກໍ່​​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ແຄມ​ທາງສາຍ 1 ຢູ່​ເມືອງ Karada ຂຶ້ນ​ກັບ​ນະຄອນຫຼວງ ​ແບກ​ແດດ ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ 7 ຄົນ​ຖືກ​ບາດ​ເຈັບ.

        ກ່ຽວ​ຂ້ອງ​ເຖິງ​ອີຣັກ, ຕາມ​ແຫຼ່ງຂ່າວ​ຈາກ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​​ເອີ​ລົບ (EU) ທ່ານ​ນາງ Catherine Ashton ພ້ອມ​ແລ້ວ​ທີ່​ຈະ​ໂຮມ​ກອງ​ປະຊຸມພິ​ເສດ​ເຊິ່ງລວມມີ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ EU ດ້ວຍ​ເນື້ອ​ໃນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ການ​ປະ​ທະ​ກັນ​ຢູ່​ອີຣັກ, ຢູ​ແກຼນ ​ແລະ ​ເຂດກາຊາ.ປະຈຸ​ບັນ, ທ່າ​ນນາງ Ashton ພວມ​ປຶກສາ​ຫາລື​ກ່ຽວ​ກັບ​ກອງ​ປະຊຸມ​ນີ້​ກັບ​ລັດຖະບານ​ບັນດາ​ປະ​ເທດ​ເອີ​ລົບ. ຄາດ​ວ່າ, ກອງ​ປະຊຸມຖືກ​ດຳ​ເນີນ​ໄປ​ໃນ​ອາທິດ​ໜ້າ ຫຼື ວັນ​ທີ 25 – 26/08.

ຂ່າວ/ບົດ​ອື່ນ