ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ

(VOVWORLD) - ຢູ່ນະຄອນ Sagaing ທາງພາກກາງ ມຽນມາ, ມີໂຮງຮຽນແຫ່ງໜຶ່ງຢູ່ນະຄອນ Taungoo, ຖືກລົ້ມພັງທະລາຍ ແລະ ຕາມຊາວທ້ອງຖິ່ນແລ້ວ ມີເດັກນ້ອຍປະມານ 20 ຄົນຖືກຕິດຂ້າງໄວ້ທີ່ຊາກຫັກພັງ
ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ - ảnh 1ຫວຽດນາມ ກໍຖືກສັນສະເທືອນຍ້ອນເຫດແຜນດິນໄຫວນີ້
(ພາບ: TTXVN)

        ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເກີດຂຶ້ນຢູ່ທາງພາກກາງ ມຽນມາ ໃນຕອນທ່ຽງວັນທີ 28 ມີນາ, ເຮັດໃຫ້ຫຼາຍກິດຈະກຳຂອງປະເທດນີ້ ແລະ ໄທ ຖືກເປເພ. ສະພາບດິນສັ່ນສະເທື່ອນກໍ່ແຜ່ລາມອອກໄປສູ່ບັນດາປະເທດອື່ນ, ຄື: ອິນເດຍ, ບັງກະລາເທດ, ລາວ, ຫວຽດນາມ, ຈີນ. ຢູ່ ມຽນມາ ແລະ ໄທ ໄດ້ເກີດຄວາມເສຍຫາຍໃນເບື້ອງຕົ້ນ.

        ຢູ່ນະຄອນ Sagaing ທາງພາກກາງ ມຽນມາ, ມີໂຮງຮຽນແຫ່ງໜຶ່ງຢູ່ນະຄອນ Taungoo, ຖືກລົ້ມພັງທະລາຍ ແລະ ຕາມຊາວທ້ອງຖິ່ນແລ້ວ ມີເດັກນ້ອຍປະມານ 20 ຄົນຖືກຕິດຂ້າງໄວ້ທີ່ຊາກຫັກພັງ ແລະ ກຳລັງກູ້ໄພກູ້ຊີບພວມມີໜ້າຢູ່ສະຖານທີ່ເກີດເຫດເພື່ອຊອກຫາ. ໃນຂະນະນັ້ນ, ຜູ້ເປັນສັກຂີພິຍານໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດຍ້ອນໂບດມຸດສະລິມຢູ່ເທດສະບານເມືອງ Taungnoo ຖືກລົ້ມພັງທະລາຍ, ເມື່ອເຂົາເຈົ້າພວມພາວະນາ. ສ່ວນໜັງສຶພິມ Yangon Times ທີ່ໄດ້ຄັດສະໜີຄຳເວົ້າຈາກກຳລັງກູ້ໄພກູ້ຊີບໂດຍໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດຢູ່ເທວະສະຖານ Shwe Phone Shein ເມື່ອຫຼັງຄາຖືກພັງທະລາຍ.

        ຢູ່ ໄທ, ກໍ່ຖືກຜົນສະທ້ອນຢ່າງໃຫຍ່ຫຼວງຈາກເຫດແຜນດິນໄຫວ ເມື່ອມີຕຶກອາຄານສູງທີ່ກຳລັງກໍ່ສ້າງຢູ່ນະຄອນຫຼວງ ບາງກອກ ຖືກພັງທະລາຍ, ມີກຳມະກອນ 67 ຄົນພວມຕິດຂ້າງໄວ້.

        ບັນດາປະເທດບ້ານໃກ້ເຮືອນຄຽງ, ຄື: ອິນເດຍ, ບັງກະລາເທດ, ລາວ, ຫວຽດນາມ, ຈີນ ກໍຖືກສັນສະເທືອນຍ້ອນເຫດແຜນດິນໄຫວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ