(VOVWORLD) - ເຫດແຜ່ນດິນໄຫວໄດ້ເຮັດໃຫ້ບັນດາເຂດໃນພາກພື້ນ ປາຊີຟິກ, ລວມມີ: ຍີ່ປຸ່ນ, Hawaii, ລັດເຊຍ ແລະ ເອກົວດໍ, ຕ້ອງປະກາດຄຳກ່າວເຕືອນເກີດຄື້ນຟອງຍັກ. ລຽບຕາມແຄມທະເລລັດ California, ອາເມລິກາ ກໍໄດ້ຮັບຄຳເຕືອນໄພອັນຕະລາຍເຊັ່ນດຽວກັນ.
ໃນເວລາ 2 ໂມງປາຍ ຂອງຕອນເຊົ້າວັນທີ 30 ກໍລະກົດ, ຕາມ ເວລາສາກົນ, ໄດ້ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 8,8 ຣິກເຕີ ຢູ່ນອກຝັ່ງທະເລບໍລິເວນແຫຼມ Kamchatka, ເຂດຕາເວັນອອກໄກຂອງ ລັດເຊຍ. ນີ້ແມ່ນເຫດແຜ່ນດິນໄຫວແຮງທີ່ສຸດທີ່ເກີດຂຶ້ນຢູ່ ແຫຼມ Kamchatka ນັບແຕ່ປີ 1952 ມານີ້.
ເຫດແຜ່ນດິນໄຫວໄດ້ເຮັດໃຫ້ບັນດາເຂດໃນພາກພື້ນ ປາຊີຟິກ, ລວມມີ: ຍີ່ປຸ່ນ, Hawaii, ລັດເຊຍ ແລະ ເອກົວດໍ, ຕ້ອງປະກາດຄຳກ່າວເຕືອນເກີດຄື້ນຟອງຍັກ. ລຽບຕາມແຄມທະເລລັດ California, ອາເມລິກາ ກໍໄດ້ຮັບຄຳເຕືອນໄພອັນຕະລາຍເຊັ່ນດຽວກັນ.
ສຳນັກຂ່າວສານ TASS ຂອງ ລັດເຊຍ ໄດ້ໃຫ້ຂ່າວວ່າ ມີຈຳນວນໜຶ່ງຖືກບາດເຈັບຍ້ອນແຜ່ນດິນໄຫວ.
ຢູ່ຍີ່ປຸ່ນ, ບັນດາເຫດຄື້ນຟອງຍັກທຳອິດຖືກກຳນົດວ່າໄດ້ປະກົດຢູ່ເກາະ Hokkaido, ພາກເໜືອປະເທດນີ້.
ໃນຂະນະນັ້ນ, ອົງການພູມີຟີຊິກສາດ ອິນໂດເນເຊຍ ໄດ້ປະກາດຄຳກ່າວເຕືອນຄື້ນຟອງຍັກ ອາດຈະເກີດຂຶ້ນຢູ່ບາງນະຄອນ ແລະ ເທດສະບານແຄມທະເລຢູ່ເຂດ Papua, ແຂວງ Maluku ເໜືອ ແລະ Sulawesi ໃຕ້ຂອງປະເທດນີ້ ໃນຕອນບ່າຍວັນທີ 30 ກໍລະກົດ.