ເກິ່ນ​ເທ​ີ ແລະ ອົດ​ສະ​ຕາ​ລີ ກັບແງ່​ຫວັງການຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -ວັນທີ 23 ກໍລະກົດ, ການນຳຄະນະກຳມະການນະຄອນ ເກິ່ນເທີ ໄດ້ມີການເຮັດວຽກກັບ ທ່ານນາງ Julianne Cowley ຫົວໜ້າກົງສູນໃຫຍ່ ອົດສະຕາລີ ປະຈຳ ນະຄອນໂຮ່ຈີມິນ, , ກ່ຽວກັບແງ່ຫວັງຂອງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ສອງຝ່າຍໃນໄລຍະຈະມາເຖິງ.

ທ່ານນາງ Julianne Cowley ໃຫ້ຮູ້ວ່າ ປັດຈຸບັນ, ນະຄອນເກິ່ນເທີ ແມ່ນທ້ອງຖິ່ນພວມດຶງດູດ ຄວາມສົນໃຈ ຈາກບັນດາວິສາຫະກິດຫຼາຍທີ່ສູດ; ນັກລົງທຶນ ອົດສະຕາລີ ທີ່ມີຄວາມປາດຖະໜາຢາກ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດອັນຍາວນານກັບເກິ່ນເທີ. ທ່ານນາງ Julianne Cowley ຫວັງວ່າໃນໄລຍະຈະມາເຖິງ, ເກິ່ນເທີ ແລະ ອົດສະຕາລີ ຈະເຫັນດີເປັນເອກະພາບຕໍ່ການກຳນົດທິດຂອງການຮ່ວມມືໃນບັນດາຂົງເຂດຄົ້ນຄ້ວາພັດທະນາຫຼາຍຂະແໜງ, ສຸມໃສ່ຕົ້ນຕໍ່ໃນບັນດາຂົງເຂດ ພັດທະນາການກະສິກຳ, ນຳໃຊ້ພະລັງງານຜະລິດຄືນໃໝ່ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສ່ວນທ່ານ ເຈືອງກວາງຮ່ວາຍນາມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ໄດ້ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງ ທ່ານນາງ Julianne Cowley, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ເກິ່ນເທີ  ຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດສະດວກ, ປັບປຸງກົນໄກດຶງດູດແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາຄູ່ຮ່ວມມື ອົດສະຕາລີ ມາຮ່ວມມື, ລົງທຶນຢ່າງສະດວກຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ