ເຂດເສດຖະກິດກຳລັງໜູນທາງທິດຕາເວັນອອກພາກໃຕ້ ຫວຽດນາມ ຕ້ອງມີສູນບຳລຸງສ້າງເໜືອມະຫາວິທະຍາໄລ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ເຂດຕາເວັນອອກພາກໃຕ້ ຫວຽດນາມ ຕ້ອງມີນະໂຍບາຍດຶງດູດຄູອາຈານ
ເຂດເສດຖະກິດກຳລັງໜູນທາງທິດຕາເວັນອອກພາກໃຕ້ ຫວຽດນາມ ຕ້ອງມີສູນບຳລຸງສ້າງເໜືອມະຫາວິທະຍາໄລ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ)

        ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ນຳວ່າ: ເຂດທາງທິດຕາເວັນອອກພາກໃຕ້ ຫວຽດນາມ ຕ້ອງມີສູນບຳລຸງສ້າງເໜືອມະຫາວິທະຍາໄລ, ທີ່ກອງປະຊຸມພັດທະນາການສຶກສາ ແລະ ບຳລຸງສ້າງເຂດທາງທິດຕາເວັນອອກພາກໃຕ້ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045; ຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງກ່ຽວກັບທິດທາງພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຢູ່ເຂດທາງທິດຕາເວັນອອກພາກໃຕ້ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ກອງປະຊຸມໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຂຶ້ນໃນວັນທີ 18 ເມສາ, ຢູ່ແຂວງ ບິ່ງເຢືອງ.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ເຂດຕາເວັນອອກພາກໃຕ້ ຫວຽດນາມ ຕ້ອງມີນະໂຍບາຍດຶງດູດຄູອາຈານ; ພິຈາລະນາວຽກງານບຳລຸງສ້າງໄປລ່ວງໜ້າບາດກ້າວໜຶ່ງເພື່ອທຽບທັນກັບທ່າອ່ຽງ, ປ່ຽນແປງໃໝ່ຮູບແບບການຈັດຕັ້ງບຸກຄະລາກອນ. ທາງກະຊວງຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ, ລະດົມກຳລັງແຮງຢູ່ພາຍນອກ; ມີກົນໄກຫັນເປັນວຽກງານຂອງສັງຄົມ, ດຶງດູດບັນດາແຫຼ່ງສຶກສາມີຄຸນນະພາບສູງ, ເພີ່ມທະວີການຮ່ວມສຳພັນ, ເຊື່ອມຕໍ່, ນັບທັງຢູ່ຕ່າງປະເທດ ເພື່ອປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງ. ເປົ້າໝາຍແມ່ນມຸ່ງໄປເຖິງການຮັບໃຊ້ການປ່ຽນແປງໃໝ່ການສຶກສາຢ່າງຮອບດ້ານ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ.

        ເຂດທາງຕາເວັນອອກພາກໃຕ້ ຫວຽດນາມ ລວມມີ 6 ແຂວງ. ປະຈຸບັນ, ທົ່ວເຂດມີມະຫາວິທະຍາໄລ 57 ແຫ່ງ ແລະ ຮາກຖານສຶກສາວິຊາຊີບ 316 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ