ເຂົ້າຮ່ວມການຮັກສາສັນຕິພາບສປຊແມ່ນຈຸດເດັ່ນກ່ຽວກັບການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ

(VOVWORLD) -ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ 76 ເທື່ອຄົນໄປປະຕິບັດໜ້າທີ່ສ່ວນບຸກຄົນ ແລະ ພົນທະຫານ 189 ຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.
ເຂົ້າຮ່ວມການຮັກສາສັນຕິພາບສປຊແມ່ນຈຸດເດັ່ນກ່ຽວກັບການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຂໍ້ຕົກລົງທີ່ພິທີເຄື່ອນພົນກອງທະຫານຊ່າງແສງ)

ຕອນເຊົ້າວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີເຄື່ອນພົນກອງທະຫານຊ່າງແສງເລກ 1 ແລະ ໂຮງໝໍກາງສະໜາມເຂັ້ນ 2 ເລກ 4 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ Abyei ແລະ ຊູດັງໃຕ້.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ຄວາມສະຫງົບ, ຫົວໜ້າຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ເຊື່ອໝັ້ນວ່າ ເລື່ອງທະຫານຊ່າງແສງກອງທຳອິດຂອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ຈະເສີມຂະຫຍາຍຄຸນນະທາດ, ພູມປັນຍາ, ກຳລັງຄວາມສາມາດ ເພື່ອປະຕິບັດໜ້າທີ່ໜູນຊ່ວຍມະນຸດສະທຳໃຫ້ເປັນຢ່າງດີ, ກໍ່ສ້າງພື້ນຖານໂຄງລ່າງຄະນະປະຕິບັດງານ ແລະ ພື້ນຖານໂຄງລ່າງການດຳລົງຊີວິດຂອງປະຊາຊົນ ຮັບໃຊ້ປະຊາຊົນປະເທດປະຈຳຖິ່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະຫະປະຊາຊາດ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກຳລັງ, ສ່ວນບຸກຄົນຂອງ ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ຈົ່ງຕັ້ງໜ້າ, ເປັນເຈົ້າການ, ຮ່ວມມືຢ່າງແທດຈິງ, ມີປະສິດທິຜົນກັບບັນດາປະເທດ, ຄູ່ຮ່ວມມືສາກົນ; ເຂົ້າຮ່ວມຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ, ກ້າວໄປເຖິງເລື່ອງເປັນເຈົ້າການກ່ຽວກັບແຫຼ່ງກຳລັງ ເພື່ອເຂົ້າຮ່ວມກົນໄກຮ່ວມມືຢູ່ພາກພື້ນ ແລະ ສາກົນກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດຢ່າງມີປະສິດທິຜົນກວ່າ.

        ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ 76 ເທື່ອຄົນໄປປະຕິບັດໜ້າທີ່ສ່ວນບຸກຄົນ ແລະ ພົນທະຫານ 189 ຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ