ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະຫະພັນແມ່ຍິງຫວຽດນາມ - ລາວ
ພິທີເຊັນຂໍ້ຕົກລົງຮ່ວມມືໄລຍະ 2012 -2017
(vovworld) – ຕອນເຊົ້າວັນທີ 2/5, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ແລະ ສະຫະພັນແມ່ຍິງ ລາວ ໄດ້ຈັດຕັ້ງພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະຫະພັນແມ່ຍິງ 2 ປະເທດໄລຍະ 2012 – 2017. ເຂົ້າຮ່ວມພິທີມີທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ສົມພອນ ສີຈະເລີນ. ເມື່ອຕີລາຄາໝາກຜົນການປະຕິບັດຂໍ້ຕົກລົງລະຫວ່າງ ສະຫະພັນແມ່ຍິງ 2 ປະເທດໄລຍະ 2007 - 2011, ທ່ານນາງ Nguyen Thi Thu Ha, ຮອງປະທານສະຫະພັນ ແມ່ຍິງຫວຽດນາມ ໃຫ້ຮູ້ວ່າ:
“ຂໍ້ຕົກລົງຮ່ວມມືໄລຍະ 2007 – 2011 ໄດ້ຮັບການຜັນຂະຫຍາຍສຳເລັດຜົນ, ດ້ວຍເນື້ອໃນເກືອບທັງໝົດໃນຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມ. ບັນດາຂໍ້ຕົກລົງດ້ານພົວພັນຕ່າງປະເທດໄດ້ຮັບການແກ້ໄຂຢ່າງທັນການ ແລະ ແທດຈິງ. 2 ຝ່າຍໄດ້ຜັດປ່ຽນກັນຈັດຕັ້ງການແລກປ່ຽນຄະນະຜູ້ແທນມາຢ້ຽມຢາມ ແລະ ເຮັດວຽກ ເຊິ່ງກັນ ແລະ ກັນ ເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບ. 2 ຝ່າຍໄດ້ຕັ້ງໜ້າຊີ້ນຳສະຫະພັນແມ່ຍິງທຸກຂັ້ນ ຍູ້ແຮງການເຄື່ອນໄຫວຕ່າງໆ ພິເສດແມ່ນຢູ່ເຂດຊາຍແດນ ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ ແລະ ພັດທະນາ”
ພາຍຫຼັງພິທີເຊັນຂໍ້ຕົກລົງຮ່ວມມືໄລຍະ 2012 – 2017, ໄດ້ດຳເນີນພິທີປະດັບລຫຼຽນໄຊ, ຫຼຽນກາທີ່ລະນຶກໃຫ້ແກ່ພະນັກງານສະຫະພັນແມ່ຍິງ 2 ປະເທດ. ທ່ານນາງ ສີໃສ ລືເດັດມູນສອນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດແມ່ - ເດັກ ລາວເວົ້າວ່າ:
ໃນລາຍການເຮັດວຽກແຕ່ວັນທີ 1 – 7/5, ສະຫະພັນແມ່ຍິງຫວຽດນາມ ແລະ ລາວ ໄດ້ດຳເນີນການເຈລະຈາ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ 2 ປະເທດ. ຄະນະຜູ້ແທນສະຫະພັນແມ່ຍິງລາວ ຈະເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຫວຽດນາມ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ, ນະຄອນຈຳນວນໜຶ່ງຂອງຫວຽດນາມ.