ເຊື້ອພະຍາດໄວຣັດ nCoV: ປະທານປະເທດຈີນໂອ້ລົມທາງໂທລະສັບກັບປະທານາທິບໍດີອາເມລິກາ

(VOVWORLD) -ທ່ານປະທານປະເທດ ສີຈີ້ນຜິງ ຢືນຢັນວ່າ, ປະເທດນີ້ບໍ່ພຽງແຕ່ປົກປ້ອງຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນຈີນ ເທົ່ານັ້ນ, ຫາກຍັງນັບທັງປະຊາຊົນໃນທົ່ວໂລກອີກດ້ວຍ.

ເຊື້ອພະຍາດໄວຣັດ nCoV: ປະທານປະເທດຈີນໂອ້ລົມທາງໂທລະສັບກັບປະທານາທິບໍດີອາເມລິກາ - ảnh 1

 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: AFP/TTXVN)

ຕາມສຳນັກຂ່າວສານ ຊີນຮົວ ແລ້ວ, ຕອນເຊົ້າວັນທີ 07 ກຸມພາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump, ໃນນັ້ນການນຳຈີນ ໄດ້ຊົມເຊີຍທ່ານປະທານາທິບໍດີອາເມລິກາ ທີ່ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບວຽກງານປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (2019-nCoV) ເປັນຫຼາຍຄັ້ງ, ພ້ອມທັງສະແດງຄວາມຂອບໃຈບັນດາອົງການຈັດຕັ້ງສັງຄົມຂອງອາເມລິກາ ທີ່ໄດ້ບໍລິຈາກອຸປະກອນດ້ານສາທາລະນະສຸກໃຫ້ແກ່ຈີນ.

          ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ສີຈີ້ນຜິງ ຢືນຢັນວ່າ, ປະເທດນີ້ບໍ່ພຽງແຕ່ປົກປ້ອງຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນຈີນ ເທົ່ານັ້ນ, ຫາກຍັງນັບທັງປະຊາຊົນໃນທົ່ວໂລກອີກດ້ວຍ. ທ່ານ ສີຈີ້ນຜິງ ໃຫ້ຮູ້ວ່າ, ອາເມລິກາ ແລະ ຈີນ ໄດ້ຮັກສາການຕິດຕໍ່ພົວພັນໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢ່າງເປັນປະຈຳ.

          ສ່ວນທ່ານປະທານາທິບໍດີ D.Trump ຖະແຫຼງວ່າ, ອາເມລິກາ ສະໜັບສະໜູນການຕ້ານການຕິດເຊື້ອພະຍາດໄວຣັດ nCoV ຂອງຈີນ  ແລະ ພ້ອມແລ້ວທີ່ຈະອຸປະຖຳ ແລະ ຈັດສົ່ງບັນດານັກຊ່ຽວຊານໄປເຖິງຈີນ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ.

          ນອກນັ້ນ, ການນຳ 2 ທ່ານຍັງເນັ້ນໜັກວ່າ, ອາເມລິກາ ແລະ ຈີນ ຫາກໍ່ລົງນາມໃນສັນຍາການຄ້າໄລຍະທີ 1, ສິ່ງດັ່ງກ່າວໄດ້ສ້າງຜົນປະໂຫຍດໃຫ້ທັງ 2 ຝ່າຍ ແລະ ການພັດທະນາເພື່ອສັນຕິພາບຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ