ເດືອນ 09, CPI ເພີ່ມຂຶ້ນ 0,4%

ເດືອນ 09, CPI ເພີ່ມຂຶ້ນ 0,4% - ảnh 1
(ພາບປະກອບ)

(vovworld) – ​​ຕາມ​ຕົວ​ເລກ​​ໂດຍກົມ​ໃຫຍ່​ສະຖິຕິປະກາດ​ໃນ​ວັນ​ທີ 24/09, CPI ​ໃນ​ເດືອນ 09 ​ເພີ່ມ​ຂຶ້ນ 0,4%, ນີ້​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ສູງສຸດ​ໃນ 7 ​ເດືອນ​ມໍ່ໆ​ມາ​ນີ້. CPI ​ໃນ​ເດືອນ 09 ​ເພີ່ມ​ຂຶ້ນ​ສຳລັບ 9/11 ​ໝວດ​ສິດ​ນຄ້າ ​ແລະ ການ​ບໍລິການ​ລວມ ດ້ວຍ​ລະດັບ​ເພີ່ມ​ຂຶ້ນ​ແຕ່ 0,21 – 6,38%; ​ໃນ​ນັ້ນ, ລະດັບ​ເພີ່ມ​ຂຶ້ນ​ໜ້ອຍ​ສຸດ​ແມ່ນ​ໝວດ​​ອຸປະ​ກອບ ​ແລະ ​ເຄື່ອ​ງ​ໃຊ້​ສອຍ, ​ສ່ວນ​ການ​ສຶກສາ​ແມ່ນ​ໝວດ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໝູ່.

        ​ຫົວ​ໜ້າ​ກົມ​ສະຖິຕິ​ລາຄາ, ​ກົມ​ໃຫຍ່​ສະຖິຕິ ຫງວຽນ​ດຶກ​ທັ໋ງ ​ໃຫ້​ຮູ້​ວ່າ CPI ​ໃນ​ເດືອນ 09 ​ເພີ່ມ​ຂຶ້ນ ຍ້ອນ​ບາງ​ທ້ອງ​ຖ່ິນ​ໄດ້​ປະຕິບັດ​ຂັ້ນ​ຕອນ​ເພີ່ມ​ຄ່າ​ຮຽນ​​ໃນສົກຮຽນ 2014 – 2015 ຂອງກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ພ້ອມ​ທັງ​ຄວາມ​ຕ້ອງການ​ປື້​ມ, ​ເຄື່ອງ​​ຮັບ​ໃຊ້​​ໃນການ​ຮໍ່າຮຽນ​​ໃຫ້​ນັກຮຽນ​ກໍ່​ເພີ່ມ​ຂຶ້ນ​ສູງ ​ເຮັດ​​ໃຫ້​ດັດ​ສະ​ນີລາຄາ​ໝວດ​ສຶກສາ​ເພີ່ມ​ຂຶ້ນ​ສູງ​ຢູ່​ໃນ​ລະດັບ 6,38% ອັນ​ໄດ້​ປະກອບ​ເຂົ້າ CPI ລວມ 0,36%.

     ຍ້ອນ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ເຂົ້າສານ ​ເພີ່ມ​ທະວີ​ການ​​ເກັບຊື້​ເຂົ້າສານ​ເພື່ອ​ສົ່ງ​ອອກ ສະ​ນັ້ນ​ລາຄາ​ເຂົ້າສານ​ຢູ່​ບັນດາ​ແຂ​ວງພາກ​ໃຕ້​ກໍ່ເພີ່ມ​ຂຶ້ນ. ​​ເວລາ​ພັກຜ່ອນ​ໃນ​ໂອກາດວັນຊາດ​ຫວຽດນາມ 02/09 ​ແກ່ຍາວ 4 ວັນ ​ແລະ ​ໃນ​ເດືອນ​ຍັງ​ມີ​ວັນ​ບຸນ​ໄຫວ້​ພະຈັນ ກໍ່​ປະກອບສ່ວນ​ຍູ້​ລາຄາ​​ສະບຽງ​ອາຫານ, ​ເຄື່ອງກິນ​ດື່ມ​ ແລະ ການ​ບໍລິການບາງ​ປະ​ເພດ​ເພີ່ມ​ຂຶ້ນ.

        ຄາດ​ຄະ​ເນ​ວ່າ, ລະດັບ CPI ​ໃນ​ເດືອນ 10 ຈະ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ຄືເດືອນ 09, ຍ້ອນ​​ລາຄາ​ສິນ​ຄ້າ, ສະບຽງ​ອາຫານ, ​​ເຄື່ອງໃຊ້​ສອຍກໍ່ຈະ​ເພີ່ມ​ຂຶ້ນ​​ຫນ້ອຍ​ໜຶ່ງ.

ຂ່າວ/ບົດ​ອື່ນ