ເດືອນ ມິນາ ຈະມາເຖິງຈະຈັດພິທີຮັບນາມມະຍົດສວນທໍລະນີສາດທົ່ວໂລກເຂດພູພຽງຫິນດົ່ງວັນ ຄັ້ງທີ 3

(VOVWORLD) -ໃນຂອບເຂດເຫດການຈະດຳເນີນການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງຄື: ງານບຸນວັດທະນະທຳອາຫານການກິນ ແລະ ທ່ອງທ່ຽວ ຮ່າຢາງ, ວັນບຸນວັດທະນະທຳບັນດາເຜົ່າມົ້ງ ເມືອງ ແມວວາກ

ວັນທີ 25 ມິນາຈະມາເຖິງ, ຢູ່ເທດສະບານ ດົ່ງວັນ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ, ຈະດຳເນີນພິທີຮັບນາມມະຍົກສວນທໍລະນີສາດທົ່ວໂລກຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ສຳລັບເຂດພູພຽງຫິນ ດົ່ງວັນ ຄັ້ງທີ 3. ເຫດການໄດ້ຕິດກັບພິທີໄຂ Festival ແຄ່ນມົ້ງ ແຂວງ ຮ່າຢາງ ປີ 2023. ໃນຂອບເຂດເຫດການຈະດຳເນີນການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງຄື: ງານບຸນວັດທະນະທຳອາຫານການກິນ ແລະ ທ່ອງທ່ຽວ ຮ່າຢາງ, ວັນບຸນວັດທະນະທຳບັນດາເຜົ່າມົ້ງ ເມືອງ ແມວວາກ, ການເຄື່ອນໄຫວດ້ານການທ່ອງທ່ຽວ, ການລະຫຼິ້ນພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງ…

ເດືອນ ຕຸລາ 2010, ເຂດພູພຽງຫິນ ດົ່ງວັນ ໄດ້ກາຍເປັນສວນທໍລະນີສາດ UNESCO ແຫ່ງທຳອິດຂອງ ຫວຽດນາມ ແລະ ແຫ່ງທີ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້. ສືບຕໍ່ໃນປີ 2014, 2019, 2023 UNESCO ໄດ້ຮັບຮອງເອົາເຂດພູພຽງຫິນ ດົ່ງວັນ ແມ່ນເຄືອຂ່າຍສວນທໍລະນີສາດທົ່ວໂລກຄືນໃໝ່, ຕາມໄລຍະ 4 ປີເທື່ອໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ