ເບ​ລາ​ຣຸດ ກ່າວ​ເຕືອນ ໂຕ້​ຕອບ​ຄືນຕໍ່​ຄຳ​ສັ່ງ​ລົງ​ໂທດ​ຂອງ ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) -ກະຊວງການຕ່າງປະເທດ ເບລາຣຸດ ໄດ້ຖະແຫຼງວ່າ ຖືບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ແນ່ໃສ່ປະເທດນີ້ ແມ່ນຄຳ “ປະກາດສົງຄາມ” ທາງດ້ານເສດຖະກິດ.
ເບ​ລາ​ຣຸດ ກ່າວ​ເຕືອນ ໂຕ້​ຕອບ​ຄືນຕໍ່​ຄຳ​ສັ່ງ​ລົງ​ໂທດ​ຂອງ ຝ່າຍ​ຕາ​ເວັນ​ຕົກ - ảnh 1Minsk - ນະຄອນຫຼວງຂອງ ເບລາຣຸດ (ພາບ: Eramusu)

ວັນທີ 22 ມິຖຸນາ, ກະຊວງການຕ່າງປະເທດ ເບລາຣຸດ ໄດ້ຖະແຫຼງວ່າ ຖືບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ແນ່ໃສ່ປະເທດນີ້ ແມ່ນຄຳ “ປະກາດສົງຄາມ” ທາງດ້ານເສດຖະກິດ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາພາຍຫຼັງໜຶ່ງວັນ ທີ່ບັນດາປະເທດຝ່າຍຕາເວັນຕົກ ປະກາດມາດຕະການລົງໂທດໃໝ່ສຳລັບບັນດາເຈົ້າໜ້າທີ່, ສະມາຊິກລັດຖະສະພາ ແລະ ລັດຖະມົນຕີຂອງ ເບລາຣຸດ ເຊິ່ງກ່ຽວຂ້ອງເຖິງເລື່ອງ ວັນທີ 23 ພຶດສະພາ ເບລາຣຸດ ບັງຄັບໃຫ້ເຮືອບິນພົນລະເຮືອນຂອງ ບໍລິສັດການບິນ Ryanair ຂອງ ອຽກລັງ ລົງຈອດໂດຍດ່ວນຢູ່ສະໜາມບິນ Minsk ເພື່ອກວດກາຄວາມປອດໄພ ພາຍຫຼັງທີ່ໄດ້ຮັບຄຳນາບຂູ່ວ່າ ເຮືອບິນລໍາດັ່ງກ່າວບັນຈຸລູກລະເບີດ.

ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ເບລາຣຸດ ແລ້ວ, ສະຫະພາບເອີຣົບ (ອີຢູ) ສືບຕໍ່ມີການກະທຳທຳລາຍໂດຍມີເຈດຕະນາແນໃສ່ ເບລາຣຸດ ດ້ວຍຈຸດປະສົງທຳລາຍດ້ານການເງິນຂອງປະເທດນີ້. ເບລາຣຸດ ຖືວ່າ ບັນດາຄຳສັ່ງລົງໂທດ ຈະສົ່ງຜົນສະທ້ອນທີ່ບໍ່ດີເຖິງຜົນປະໂຫຍດຂອງປະຊາຊົນປະເທດນີ້, ພ້ອມທັງກ່າວເຕືອນວ່າ ສິ່ງດັ່ງກ່າວ ຈະເຮັດໃຫ້ ເບລາຣຸດ ຕ້ອງປະຕິບັດບັນດາມາດຕະການໂຕ້ຕອບ ເຊິ່ງອາດຈະສົ່ງຜົນກະທົບບໍ່ດີຕໍ່ພົນລະເມືອງ ແລະ ວິສາຫະກິດຂອງບັນດາປະເທດຝ່າຍຕາເວັນຕົກ.


 

ຕອບກັບ

ຂ່າວ/ບົດ​ອື່ນ