ເປີດກ້ວາງການຮ່ວມມື ດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ - ເບລາຣຸດ

ເປີດກ້ວາງການຮ່ວມມື ດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ - ເບລາຣຸດ - ảnh 1
ເວທີປາໄສວິສາຫະກິດ ຫວຽດນາມ - ເບລາຣຸດ
(ພາບ: Cao Cường/Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 11/9, ທີ່​ຫ້ອງ​ວ່າການ​ລັດຖະບານ ​ເບ​ລາຣຸດ, ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ M. Myasnikovich ​ໄດ້ໃຫ້​ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ຫວູຮູ​ຍຮ່ວາງ, ​ເນື່ອງ​ໃນໂອກາດ​ການ​ຢ້ຽມຢາມ ​ເບ​ລາຣຸດ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ​ເບ​ລາຣຸດ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ​ເບ​ລາຣຸດ ຕີ​ລາຄາ​ສູງ​ກາລະ​ໂອກາດ​ເປີດ​ກ້ວາງ​ຕະຫຼາດ​ຜ່ານ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ. ທ່ານ ນາຍົກລັດຖະມົນຕີ Myasnikovich ຮັບ​ຮູ້​ວ່າ: ຫວຽດນາມ​ ຈະ​ແມ່ນ​ປະຕູ​ເພື່ອ​ໃຫ້​ເບ​ລາຣຸດ ​ແຊກ​ຊຶມ​ຕະຫຼາດ ອາ​ຊຽນ, ພ້ອມ​ທັງ ​ເບ​ລາຣຸດ ຈະ​ແມ່ນ​ປະຕູ​ເພື່ອ​ໃຫ້ ຫວຽດນາມ ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ ພັນ​ທະ​ພາບ ພາສີ. ທ່ານ​ນາຍົກ​ລັດຖະມົນຕີ Myasnikovich ​ແລະ ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ຈະ​ແລກປ່ຽນ​ລະອຽດ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລົງທຶນ, ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ລະຫວ່າງ 2 ປະ​ເທດ, ​ເຊິ່ງລວມມີ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ອຸດສາຫະກຳ​ປຸງ​ແຕ່ງ​ອາ​ຫານ, ອຸດສາຫະກຳ​ເບົ່າ.​.​.​
      ແລະກໍ່ໃນວັນ​ທີ 11/9, ຢູ່​ຫໍພິພິທະ​ພັນ​ແຫ່ງ​ຊາດ ​ເບ​ລາຣຸດ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ​ເບ​ລາຣຸດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ​ເບ​ລາຣຸດ ປະມານ 200 ​ແຫ່ງ ​ແລະ ວິ​ສາ​ຫະກິດ ຫວຽດນາມ ​ກ່ວາ 60 ​ແຫ່ງ.​​..​ ນີ້​ແມ່ນ 1 ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຄະນະ​ປະຕິ​ບັດ​ງານ ຫວຽດນາມ ພວມ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ Minsk ຂອງ ​ເບ​ລາຣຸດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ​ກັບ ​ເບ​ລາຣຸດ. ​ເວທີ​ປາ​ໄສ​ແມ່ນ 1 ​ໃນ​ບັນດາ​ການ​ເຄື່ອ​ນ​ໄຫວ ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ພາຍຫຼັງ​ການ​ຢ້ຽມຢາມ ​ເບ​ລາ​ຣຸດ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເມືອ​ເດືອນ 5 ຜ່ານ​ມາ​ໃຫ້​ປະກົດ​ຜົນສຳ​ເລັດ.

    ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ - ການຄ້າ ຫວຽດນາມ ຫວູຮູ​ຍຮ່ວາງ ຖື​ວ່າ: ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ຕັ້ງໜ້າ​ຂອງ​ອົງການ​ທີ່​ກ່ຽວຂ້ອງ, ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ ​ແລະ ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ກັບ ພັນ​ທະ​ມິດ​ພາສີ (ລວມມີ: ລັດ​ເຊຍ, ກະ​ຢັກ​ສະຖານ ​ແລະ ​ເບ​ລາຣຸດ) ພວມ​ສ້າງ​​​ບັນດາ​ປະຖົມ​ປັດ​ໄຈທີ່​ສະດວກ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື​​ດ້ານເສດຖະກິດ, ການ​ຄ້າ ​ແລະ ການລົງທຶນ​ລະ​ຫວ່າງ ຫວຽດນາມ ກັບ ​ເບ​ລາຣຸດ. ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ຕີ​ລາຄາ​ວ່າ:

    “2 ຝ່າຍ​ໄດ້​ພິຈາລະນາ​ມາດ​ຕະການ​ຕ່າງໆ, ກໍ່​ຄືວິທີ​ການເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ, ດ້ວຍ​ບັນດາ​ລາຍການ​ ​ແລະ ມາດ​ຕະການ​ລະອຽດ​ທີ່​ສຸດ. ຂ້າພະ​ເຈົ້າ​ຖື​ວ່າ: ນີ້​ຈະ​ແມ່ນ​ປະຖົມ​ປັດ​ໄຈ​ສະດວກ​ເພື່ອ​ເປີດ​ກ້ວາງ​ການ​ພົວພັນຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.”

    ສ່ວນ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ​ເບ​ລາ​ຣຸດ Dmitri Katerinitch, ຢືນຢັນ​ວ່າ:

    “ຫວຽດນາມ ສວມ​ບົດບາດ​ອັນ​ດັບ​ໜຶ່ງ​​ໃນ ອາ​ຊຽນ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ພວມ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ພັນ​ທະ​ມິດ​ພາສີ ​ແລະ ​ໃນ​ອະນາ​ຄົດ ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຜ່ານ ຫວຽດນາມ ຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ລະ​ຫວ່າງ​ບັ​ນດາ​ປະ​ເທດພັນ​ທະ​ມິດ ພາສີ ກັບ​ບັນດາ​ປະ​ເທດ ອາ​ຊຽນ. ”


ຂ່າວ/ບົດ​ອື່ນ