ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຄືນ​ໃໝ່ ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ນັບ​ແຕ່​ວັນ​ທີ 15 ມີ​ນາ

(VOVWORLD) -ວັນທີ 16 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ຽວກັບການເປີດປະຕູການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໃນສະພາບປົກກະຕິໃໝ່ ນັບແຕ່ວັນທີ 15 ມີນາ 2022.
ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຄືນ​ໃໝ່ ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ນັບ​ແຕ່​ວັນ​ທີ 15 ມີ​ນາ - ảnh 1ພາບປະກອບ: TTXVN

 ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮັບຜິດຊອບ ແລະ ສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງເປັນເອກະພາບທາງດ້ານເນື້ອໃນ, ຂໍ້ກຳນົດຕ້ອນຮັບແຂກທ່ອງທ່ຽວສາກົນ; ປັບປຸງໃຫ້ສົມບູນແບບ ແລະ ປະກາດວິທີເປີດການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໂດຍດ່ວນ, ມີຄຳແນະນຳຢ່າງລະອຽດເພື່ອໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນເປັນເຈົ້າການຈັດຕັ້ງປະຕິບັດ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຕ້ອງເຮັດວຽກຢ່າງລະອຽດກັບກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອມີບົດລາຍງານລະອຽດຕໍ່ລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບນະໂຍບາຍວິຊາໃຊ້ສຳລັບແຂກທ່ອງທ່ຽວສາກົນ ທີ່ເຂົ້າເມືອງ ຫວຽດນາມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ