ເປີດ​ນຳ​ໃຊ້​ອາ​ຄານ​ອະ​ເນກ​ປະ​ສົງ ໂຮງ​ຮຽນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ແຂວງ ສະ​ຫວັນ​ນະ​ເຂດ

(VOVWORLD) - ອາຄານອະເນກປະສົງ ແມ່ນໂຄງການໄດ້ຮັບການລົງທຶນກໍ່ສ້າງຈາກແຫຼ່ງທຶນຊ່ວຍເຫຼືອລ້າ ໂດຍນະຄອນ ດ່າໜັງ ມອບໃຫ້ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ ເປັນຂອງຂວັນ . 
ເປີດ​ນຳ​ໃຊ້​ອາ​ຄານ​ອະ​ເນກ​ປະ​ສົງ ໂຮງ​ຮຽນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ແຂວງ ສະ​ຫວັນ​ນະ​ເຂດ - ảnh 1ພິທີເປີດນຳໃຊ້ (ພາບ: TTXVN)

ວັນທີ 3 ກໍລະກົດ, ຢູ່ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດນຳໃຊ້ໂຄງການ ອາຄານອະເນກປະສົງ ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ. ນີ້ແມ່ນໂຄງການໄດ້ຮັບການລົງທຶນກໍ່ສ້າງຈາກແຫຼ່ງທຶນຊ່ວຍເຫຼືອລ້າ ໂດຍນະຄອນ ດ່າໜັງ ມອບໃຫ້ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ ເປັນຂອງຂວັນ ເມື່ອປີກາຍ ດ້ວຍເງິນລົງທຶນທັງໝົດ 200.000 USD. ກ່າວຄຳເຫັນທີ່ພິທີ, ທ່ານນາງ ລິນທອງ ແສງຕາວັນ, ຮອງເຈົ້າແຂວງໆສະຫວັນນະເຂດ, ໃຫ້ຮູ້ວ່າ ໂຄງການ ອາຄານອະເນກປະສົງ ໄດ້ຮັບການກໍ່ສ້າງ ແລະ ນຳເຂົ້າໃຊ້ງານນັ້ນ ຈະປະກອບສ່ວນຢ່າງໃຫຍ່ຫຼວງແກ່ການພັດທະນາຂອງຂະແໜງການສຶກສາຂອງແຂວງ ສະຫວັນນະເຂດ. ກິດຈະກຳດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ນະຄອນ ດ່າໜັງ ເວົ້າສະເພາະ ໃນການເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາລະຫວ່າງສອງປະເທດເວົ້າລວມ ແລະ ສອງທ້ອງຖິ່ນເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ